ຫລາຍເມືອງຂອງແຂວງຢຸນນານໄຕ້ໄຟເພື່ອເມືອງອູຮັ້ນ

2020-02-11 17:44:14 |ມາຈາກ: Yunnan Gateway

ວັນທີ 8 ​ເດືອນກຸມພາ, ກາງຄືນມື້ນັ້ນ,​ ສິ່ງປຸກສ້າງທີ່ມີເອກະລັກໃນຫຼາຍເມືອງຂອງແຂວງຢຸນນານໄດ້ໄຕ້ໄຟຂຶ້ນ, ເປັນຕົ້ນແມ່ນ ຕະຫຼາດວ້ານດາຄຸນໝິງ, ລີ້ຈ່ຽງ ແລະ ສະຖານທີ່ອື່ນໆ. ເມືອງທີ່ແຕກຕ່າງກັນ, ອາຄານທີ່ແຕກຕ່າງກັນ,​ ໃນເວລານັ້ນແສງໄຟກໍຮຸ່ງຂຶ້ນ, ແຕ່ວ່າມີເນື້ອໃນດຽວກັນກໍຄື “ອຸ​ຮັ້ນສູ້​ສູ້, ປະເທດຈີນສູ້ສູ້” ​ໂຕ​ໜັງ​ສືຈີນ 8 ຄຳນີ້, ພ້ອມດ້ວຍແສງໄຟເປັນພັນໆ, ສະທ້ອນໃຫ້ເຫັນສຽງຂອງປະຊາຊົນແຂວງຢູນນານ: ຕໍ່ສູ້​ຕ້ານ​ກັບ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່, ພວກເຮົາຢູ່ຮ່ວນກັນ!