ຂ້ອຍຮຽນເຕັກນິກການແພດຢູ່ປະເທດຈີນ

2020-03-06 16:58:35 |ມາຈາກ: 澜湄趴

ພາຍໃນຫ້ອງການຟອກໄຂ່ຫຼັງທຽມພະແນກໄຂ່ຫຼັງພາຍໃນຂອງໂຮງໝໍປະຊາຊົນເລກທີໜຶ່ງແຂວງຢຸນນານ(ຕໍ່ໄປນີ້ເອີ້ນຫຍໍ້ວ່າ ໂຮງໝໍເລກທີໜຶ່ງແຂວງຢຸນນານ), ທ້າວ ເຢຍ ເລົ່າທໍ່ ນຸ່ງເສື້ອຄຸມສີຂາວ, ລາວກໍາລັງຖືປຶ້ມປະຫວັດຄົນເຈັບ ແລະ ເຂົ້າຫ້ອງກວດຄົນເຈັບຢ່າງເປັນປົກກະຕິນຳ ທ່ານໝໍ ໂສຈ້ຽນ(Xu jian) ຫົວໜ້າພະແນກພາຍໃນໝາກໄຂ່ຫຼັງ; ທີ່ຫ້ອງກວດພະຍາດ ຈີ່ນໜິວ ພະແນກການແພດພື້ນເມືອງຈີນ, ນາງ ເລົາ ສີສົມບັດ ທັງສັງເກດຈຸດປັກເຂັມ ແລະ ວິທີການປັກເຂັມຂອງ ທ່ານໝໍ ຫຼິວເຈ່ຍລີ້(Liu jiali)ຢ່າງລະອຽດ, ທັງຈົດບັນທຶກຢ່າງຕັ້ງໃຈ.

ເມື່ອບໍ່ດົນມານີ້, ທ່ານໝໍປະເທດລາວຈຳນວນ 10 ຄົນທີ່ລວມທັງ ທ້າວ ເຢຍ ເລົ່າທໍ່ ກັບ ນາງ ເລົາ ສີສົມບັດ ໄດ້ເຂົ້າຮ່ວມການສຶກສາຮໍ່າຮຽນທີ່ໂຮງໝໍເລກທີໜຶ່ງແຂວງຢຸນນານ, ພາຍໃນໄລຍະ 3 ເດືອນ ເຂົາເຈົ້າໄດ້ສຳເລັດການຮຽນດ້ານທິດສະດີແພດສາດ ແລະ ເຕັກນິກການປິ່ນປົວຄົນເຈັບ, ຂົງເຂດຕົ້ນຕໍມີ:ແພດສາດພື້ນເມືອງຈີນ, ພະແນກພາຍໃນສຸກເສີນ, ການຟອກໄຂ່ຫຼັງທຽມ, ການພະຍາບານ ເອໂກ ການວິເຄາະ ການຜ່າຕັດພາຍນອກທົ່ວໄປ ແລະ ການວາງຢາສະຫຼົບເປັນຕົ້ນ.

"ໃນປີ 2009, ພາຍໃຕ້ການຊ່ວຍເຫຼືອຂອງທຶນການສຶກສາລັດຖະບານຈີນ, ຂ້ອຍໄດ້ເສັງເຂົ້າມະຫາວິທະຍາໄລແພດສາດກວາງຊີ ແລະ ຮຽນວິຊາການປິ່ນປົວຄົນເຈັບ." ເນື່ອງຈາກວ່າໄດ້ມີປະສົບການທີ່ເຄີຍໄປຮຽນຢູ່ຈີນ ຈຶ່ງພື້ນຖານພາສາຈີນຂອງທ້າວ ເຢຍ ເລົ່າທໍ່ ແມ່ນດີຫຼາຍ. ພາຍໃນເວລາການແລກປ່ຽນຮໍ່າຮຽນ, ຖ້າພົບເຫັນສະພາບການທີ່ອະທິບາຍບໍ່ໄດ້, ການເວົ້າ"ຖ້າຕ້ອງການແປ ກໍໄປຫາທ້າວ ເຢຍ ເລົ່າທໍ່" ໄດ້ກາຍເປັນຄວາມເວົ້າທີ່ທ່ານໝໍຈີນ ກັບ ທ່ານໝໍລາວມັກເວົ້າຢູ່ສະເໝີ.

ພາຍໃນເວລາ 3 ເດືອນ, ທ້າວ ເຢຍ ເລົ່າທໍ່ ໄດ້ຮຽນເອົາຄວາມຮູ້ຫຼາຍຢ່າງກ່ຽວກັບສະພາບການສຸກເສີນໃນຂັ້ນຕອນຟອກໝາກໄຂ່ຫຼັງທຽມ ກໍຄື ການແກ້ໄຂຮັບມືກັບສະພາບສຸກເສີນ, ອາການພິເສດ, ການສັງເກດການຜ່າຕັດ, ແລະ ການປະຕິບັດການຜ່າຕັດຈຳລອງເປັນຕົ້ນ. "ຂ້ອຍມີອາຈານສອນສະເພາະ, ເຂົາເຈົ້າເອົາທິດສະດີ ສົມທົບກັບ ການປະຕິບັດຕົວຈິງ ເຮັດໃຫ້ຂ້ອຍໄດ້ຮຽນຮູ້ເຕັກນິກຫຼາຍກວ່າເກົ່າ." ທ້າວ ເຢຍ ເລົ່າທໍ່ ກ່າວ.

ທ່ານໝໍ ໂສຈ້ຽນ ເປັນອາຈານໜຶ່ງໃນການຝຶກສອນຂອງທ້າວ ເຢຍເລົ່າທໍ່, ນອກຈາກດຳເນີນພາກປະຕິບັດຕົວຈິງ ແລະ ການຝຶກອົບຮົມທິດສະດີທາງວິຊາການຕາມແຜນການສິດສອນລາຍລະອຽດແລ້ວໃຫ້ ເຢຍ ເລົ່າທໍ່ ແລ້ວ, ລາວຍັງນຳ ເຢຍ ເລົ່າທໍ່ ເຂົ້າຮ່ວມປະຖະກະຖາທາງວິຊາການພາຍໃນປະເທດຈີນອີກດ້ວຍ. "ເຂົ້າຮ່ວມປະຖະກະຖາທາງວິຊາການ, ມີຜົນປະໂຫຍດຕໍ່ທ່ານໝໍລາວໃນການຮັບຮູ້ລະດັບການແພດທີ່ກ້າວໜ້າທີ່ສຸດຂອງຈີນ, ຈຶ່ງສາມາດຊຸກຍູ້ການຮ່ວມມືທາງສຸຂະອະນາໄມການແພດລະຫວ່າງຈີນ-ລາວໃຫ້ດີກວ່າເກົ່າ."

ເມື່ອທຽບໃສ່ກັບທ້າວ ເຢຍ ເລົ່າທໍ່, ລະດັບພາສາຈີນຂອງ ນາງ ເລົາ ສີສົມບັດ ແມ່ນອ່ອນຫຼາຍກວ່າ, ການຈົດບັນທຶກຕ່າງໆ ຈຶ່ງກາຍເປັນວຽກທົ່ວໄປໃນຊີວິດປະຈຳວັນຂອງລາວ. "ໃນການຮຽນການແພດພື້ນເມືອງຈີນ, ການຮຽນຮູ້ຈຸດປັກເຂັມແມ່ນສຳຄັນອີ່ຫຼີ. ເພື່ອຈົດຈໍາຈຸດປັກເຂັມຈຸດໜຶ່ງ, ຂ້ອຍຕ້ອງບັນທຶກຊື່ຂອງມັນດ້ວຍ 3 ພາສາກໍຄື ພາສາຈີນ ພາສາອັງກິດ ແລະ ພາສາລາວ, ແປຊື່ຂອງຈຸດປັກເຂັມໃນການແພດພື້ນເມືອງຈີນເປັນພາສາອັງກິດ ແລ້ວແປພາສາອັງກິດເປັນພາສາລາວອີກຕື່ມ."

ນາງ ເລົາ ສີສົມບັດ ມີປະສົບການໃນການປະຕິບັດການແພດພື້ນເມືອງລາວຫຼາຍກວ່າ 30 ປີ, ເຮັດການຟື້ນຟູໃຫ້ແກ່ຄົນເຈັບແອວເຈັບຂາ ຄົນເປັນອໍາມະພາດໃບໜ້າ ຄົນເປັນລົມ ຄົນມີກ້າມເນື້ອລີບ ແລະ ຄົນເຈັບອື່ນໆ. "ເຖິງແມ່ນວ່າພວກເຮົາກໍມີການປັກເຂັມ ການປິ່ນປົວໂດຍກະແສໄຟຟ້າອ່ອນ ການນວດ, ແຕ່ມັນກໍບໍ່ຄືກັນກັບວິທີການປິ່ນປົວການແພດພື້ນເມືອງຈີນ."

"ນາງ ສີສົມບັດ ຮຽນດຸໝັ່ນຫຼາຍ, ພາຍໃນເວລາສັ້ນໆພຽງ 3 ເດືອນ ລາວກໍສາມາດຈົດຈຳຈຸດປັກເຂັມຂອງການແພດພື້ນເມືອງຈີນ 70 ກວ່າຈຸດແລ້ວ, ອັນນີ້ແມ່ນບໍ່ງ່າຍຈັກໜ້ອຍຕໍ່ຄົນຕ່າງປະເທດທີ່ບໍ່ຮູ້ພາສາຈີນ, ນອກຈາກນີ້ ລາວຍັງໄດ້ຮຽນຮູ້ຊື່ ແລະ ວິທີເອີ້ນໃນພາສາຈີນຈຳນວນໜຶ່ງກ່ຽວກັບການແພດພື້ນເມືອງຈີນ, ຕົວຢ່າງວ່າຄຳສັບ ການດູດລົມພິດ ການປັກເຂັມ ການຂູດລົມເປັນຕົ້ນ." ທ່ານໝໍ ຫຼີຈຸ້ນສື(Li junchi) ໄດ້ຕີລາຄາສູງຕໍ່ ນາງ ເລົາ ສີສົມບັດ.

"ຫຼັງຈາກກັບປະເທດລາວແລ້ວ, ຫວັງວ່າຈະສາມາດສອນຄວາມຮູ້ ແລະ ເຕັກນິກ ຂອງການແພດພື້ນເມືອງຈີນໃຫ້ແກ່ນັກຮຽນຂອງຂ້ອຍ, ໃຫ້ຄົນລາວຍິ່ງຫຼາຍກວ່າໄດ້ສຳຜັດເຖິງສະເໜ່ຂອງການແພດພື້ນເມືອງຈີນ ແລະ ໄດ້ຮັບຜົນປະໂຫຍດໄປດ້ວຍ." ນາງ ເລົາ ສີສົມບັດ ກ່າວ.

ໂດຍໄດ້ຮັບຮູ້ວ່າ, ໂຮງໝໍເລກທິີໜຶ່ງແຂວງຢຸນນານເປັນໂຮງໝໍກອບກູ້ຊີວິດສາກົນ ແລະ ໜ່ວຍງານກໍ່ສ້າງຄະນະກູ້ໄພສຸກເສີນແຫ່ງຊາດ, ຮັບຜິດຊອບກການບໍລິການທາງການບໍລິຫານໂຮງໝໍ ແລະ ການຝຶກອົບຮົມຍົກລະດັບພະນັກງານການແພດໃຫ້ແກ່ປະເທດລາວ ກຳປູເຈຍ ມຽນມາເປັນຕົ້ນ. ໃນໜຶ່ງກວ່າປີທີ່ຜ່ານມາ, ໂດຍຜ່ານຮູບແບບ "ການນຳເຂົ້າມາ" ແລະ "ການຍ່າງອອກໄປ", ໂຮງໝໍເລກທີໜຶ່ງແຂວງຢຸນນານໄດ້ຝຶກອົບຮົມພະນັກງານການແພດລາວຈຳນວນ 330 ກວ່າຄົນ, ແລະ ກາຍເປັນຮູບຫຍໍ້ແຜ່ນໜຶ່ງສຳລັບການຮ່ວມມືທາງການແພດລາວ-ຈີນ.