ໃນຄຸນໝິງມີທີມບານເຕະທີມໜຶ່ງຊື່ວ່າ Latino FC

2020-03-18 18:36:33 |ມາຈາກ: Yunnan Gateway

ໃນຄຸນໝິງມີທີມບານເຕະທີມໜຶ່ງທີ່ປະກອບດ້ວຍໝູ່ເພື່ອນຈາກປະເທດໃນອາເມລິກາລາຕິນ,ຊື່ວ່າ Latino FC. ທີມບານເຕະນີ້ສ້າງຕັ້ງຂຶ້ນໃນເດືອນ ພຶດສະພາ ປີ2019. ແລະມາຮອດປັດຈຸບັນໄດ້ພັດທະນາຈົນມີສະມາຊິກ 30 ກວ່າຄົນ, ນັກເຕະສ່ວນຫຼາຍມາຈາກປະເທດແອດສະປາຍ, ປະເທດໂກລົມປີ, ປະເທດຊີເລ, ປະເທດເອກວາດໍ ແລະ ອື່ນໆ.

ຜູ້ກໍ່ຕັ້ງທີມບານເຕະແມ່ນ ທ່ານ ອາເລັກ (Alex), ລາວແມ່ນຄົນຊີເລ, ເຫດຜົນທີ່ລາວເລືອກກໍ່ຕັ້ງທີມໃນຄຸນໝິງ, ທ່ານ ອາເລັກ ກ່າວວ່າ, “ຄຸນໝິງເປັນເມືອງໜຶ່ງທີ່ເໝາະສົມໃນການຫລິ້ນກິລາແລະບານເຕະ. ຂ້ອຍຕັດສິນໃຈທີ່ຈະສານຕໍ່ຄວາມຝັນດ້ານກິລາຂອງຕົນເອງຢູ່ທີ່ນີ້.ແລະ ໃນນີ້ມີຫຼາຍຄົນທີ່ເວົ້າພາສາແອດສະປາຍ,ບານເຕະແມ່ນວິທີການທີ່ດີທີ່ສຸດຂອງພວກເຮົາໃນການລວມຕົວກັນ. ”

ໃນປັດຈຸບັນນີ້, ທ່ານ ອາເລັກ ແລະໝູ່ເພື່ອນຂອງລາວ ຝຶກຊ້ອມບານເຕະຢູ່ສະຖານທີ່ຝຶກຊ້ອມຮາຍເກິນສອງຄັ້ງຕໍ່ອາທິດ,ແລະເຂົ້າຮ່ວມການແຂ່ງຂັນບານເຕະຕ່າງໆຢູ່ຄຸນໝິງເລື້ອຍໆ.ປັດຈຸບັນນີ້,ທີມບານເຕະນີ້ບໍ່ພຽງແຕ່ຫວັງໃຫ້ຕົນເອງເຕະບານຢ່າງມ່ວນຊື່ນ,ກໍ່ຍັງຫວັງຢາກໃຫ້ຫຼາຍຄົນໂດຍສະເພາະຊາວໜຸ່ມຂອງທ້ອງຖິ່ນມັກກິລາເຕະບານ.

ທ່ານ ອາເລັກ ເວົ້າວ່າ: “ຂ້າພະເຈົ້າໄດ້ພົບກັບຊາວໜຸ່ມຫຼາຍຄົນຢູ່ເມືອງຄຸນໝິງ, ເຂົາເຈົ້າສົນໃຈບານເຕະຫລາຍ, ຄືກັນກັບເດັກນ້ອຍອາເມລິກາໃຕ້.ຂ້າພະເຈົ້າເຊື່ອວ່າ, ພຽງແຕ່ພວກເຮົາໃຫ້ການສະໜັບສະໜູນເດັກນ້ອຍໃຫ້ໄດ້ຫຼີ້ນກິລາບານເຕະ, ພວກເຂົາກໍ່ຈະຮັກກິລາບານເຕະແລະວັດທະນະທຳບານເຕະຢ່າງແນ່ນອນ.”