ຫມີແພນດ້າເມົາຈູແລະເຈິ່ນຕົວຍ້າຍເຮືອນໃໝ່ໃນແຂວງຢຸນນານ

2020-04-30 15:31:11 |ມາຈາກ: Yunnangateway

ວັນທີ 28 ເມສາ, ຫມີແພນດ້າສອງໂຕທີ່ມີຊື່ວ່າເມົາຈູແລະເຈິ່ນຕົວຂອງສວນສັດປ່າຢຸນນານໄດ້ຍ້າຍເຂົ້າເຮືອນໃຫມ່ ແລະ ພົບກັນກັບນັກທ່ອງທ່ຽວອີກຄັ້ງ.

ແຕ່ກ່ອນ,ເພື່ອປັບປຸງສະພາບແວດລ້ອມການດຳລົງຊີວິດຂອງໝີແພນດ້າ. ຫໍຫມີແພນດ້າຂອງສວນສັດປ່າຢຸນນານໄດ້ເລີ່ມຕົ້ນ ດຳເນີນການປັບປຸງນັບແຕ່ວັນທີ 21 ພະຈິກປີກາຍນີ້,ການກໍ່ສ້າງດ້ານວິສະວະກຳໄດ້ສຳເລັດໃນວັນທີ 1 ມັງກອນປີນີ້.ໃນໄລຍະປະດັບປະດາເຮືອນໃຫມ່,ຫມີແພນດ້າເມົາຈູແລະເຈິນຕົວໄດ້ກັບຄືນໄປພັກຜ່ອນຊົ່ວຄາວຢູ່ສະຖານທີ່ການຄົ້ນຄວ້າແລະຂະຫຍາຍພັນ ໝີແພນດ້າາທີ່ເມືອງເສິງຕູ່.

ພາຍຫລັງປັບປຸງຫໍໝີແພນດ້າທີ່ແບ່ງເປັນສອງຊັ້ນ ຊັ້ນເທິງແລະ ຊັ້ນລຸ່ມ,ເຊິ່ງປະກອບມີ ສະໜາມກິລາ ໃນຮົ່ມ 2 ສະຫນາມ , ສະໜາມກິລາກາງແຈ້ງ 2 ສະຫນາມ, ຄອກ 6 ອັນ, ແລະຫ້ອງຕິດຕາມຄວບຄຸມ, ຫ້ອງພະຍາບານ, ຫ້ອງປຸງແຕ່ງອາຫານແລະອື່ນໆ.ສວນກາງແຈ້ງມີອຸປະກອນປະດັບປະດາເຊັ່ນ: ຮ້ານພັກເຊົາ, ພູທຽມ, ສະລອຍນໍ້າ, ຄັນຮົ່ມບັງແດດແລະ ອຸປະກອນອື່ນໆ, ພະຍາຍາມຈຳລອງ ສະພາບແວດລ້ອມການດຳລົງຊີວິດຕາມທຳມະຊາດຂອງໝີແພນດ້າ.