ຕະຫຼາດກາງຄືນເຮັດໃຫ້ຄຸນໝິງມີສະເໜ່ຫຼາຍຂຶ້ນ

2020-06-12 18:17:57 |ມາຈາກ: Yunnan Gateway

ອີງຕາມຄວາມຮຽກຮ້ອງໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຂອງແຂວງຢຸນນານ, ນະຄອນຄຸນໝິງໄດ້ຟື້ນຟູເຂົ້າສູ່ຄວາມຄຶກຄື້ນຄືດັ່ງໃນແຕ່ກ່ອນ. ເມືອງຄຸນໝິງຫລັງຈາກທີ່ເຂົ້າສູ່ຍາມກາງຄືນແລ້ວ , ອາຫານການກິນທີ່ແຊບຊ້ອຍ, ງານລ້ຽງ ແລະ ຕະຫລາດກາງຄືນເຮັດໃຫ້ຊີວິດຂອງປະຊາຊົນຄຸນໝິງມີຄວາມອຸດົມສົມບູນ ແລະ ສີສັນຫລາກຫລາຍ.

ການກິນແມ່ນສ່ວນສຳຄັນທີ່ສຸດຂອງຕະຫລາດກາງຄືນຄຸນໝິງ, ອາຫານການກິນທີ່ແຊບນົວມີຫລາກຫລາຍປະເພດ, ເພີ່ມທະວີລົດຊາດທີ່ອຸດົມສົມບູນໃຫ້ຄຸນໝິງ. ຄ່ຳຄືນຂອງຄຸນໝິງເປັນຄືແນວໃດ? ມີຕະຫຼາດກາງຄືນໃດທີ່ບໍ່ສາມາດພາດໄດ້? ເຊີນທ່ານຕິດຕາມວິດີໂອໄປເບິ່ງນຳກັນເນາະ.

ຕະຫຼາດກາງຄືນຖະໜົນນານຊຽງ ຕັ້ງຢູ່ສູນກາງຂອງຄຸນໝິງ, ຢູ່ນີ້ມີອາຫານການກິນທີ່ແຊບຫຼາຍ ແລະ ມີຫລາກຫລາຍປະເພດເຊັ່ນ: ກຸ້ງມັງກອນນ້ຳຈືດ (crayfish), ທາໂກຢາກິ (Takoyaki), ເບຍ, ບາບີຄິວ...ອາຫານ ສິ່ງໃດທີ່ຄວນມີ ກໍມີຄົບຫມົດ.

ຫຼືທ່ານກໍສາມາດໄປເຂົ້າຮ່ວມງານລ້ຽງທີ່ ຢູ່ຊັ້ນເທິງຂອງສະໜາມຫຼວງເຫີນລົງ, ຢູ່ນີ້ທຸກໆວັນສຸກຈະມີງານລ້ຽງຢູ່ຊັ້ນເທິງຂອງຮ້ານຄ້າເຫີນລົງ. ນອກຈາກນັ້ນ,ທ່ານຍັງສາມາດໄປຊັ້ນເທິງຂອງຮ້ານຄ້າເຫີນລົງເພື່ອຊົມພາບວິວທິວທັດ ກາງຄືນຂອງຄຸນໝິງ.

ກາງຄືນຂອງຄຸນໝິງເຮັດໃຫ້ທ່ານມີປະສົບການທີ່ແຕກຕ່າງ!