ມາເບິ່ງສັດສະຫຼອງວັນບຸນເຂົ້າຕົ້ມໃນສວນສັດປ່າຢຸນນານ

2020-06-24 19:26:00 |ມາຈາກ: Yunnan Gateway

ເມື່ອຮອດບຸນເຂົ້າຕົ້ມ, ພະນັກງານຂອງສວນສັດປ່າຢຸນນານໄດ້ກະກຽມເຂົ້າຕົ້ມລັກສະນະພິເສດຕ່າງໆໃຫ້ບັນດາສັດ, ແລະ ຮ່ວມສະເຫຼີມສະຫຼອງບຸນເຂົ້າຕົ້ມກັບສັດທັງຫຼາຍ. ປີ​ນີ້,ສວນສັດໄດ້ກະກຽມເຂົ້າຕົ້ມກາລົດ ແລະ ໃບມອນໃຫ້ໂຕຢີຣາບ, ໄດ້ກະກຽມເຂົ້າຕົ້ມໝາກກ້ວຍ,ຖົ່ວດິນ,ໝາກກະທັນໃຫ້ລີງລີເມີຫາງວົງແຫວນ (Lemur Catta), ໄດ້ກະກຽມເຂົ້າຕົ້ມຫມາກແອັບເປີ້ນໃຫ້ໝີລ້າງນ້ຳ ຫຼື ແຣກຄູນ (Raccoon), ແລະໄດ້ກະກຽມເຂົ້າຕົ້ມໝາກແອັບເປີ້ນ, ໝາກຢາງເໝີຍ (Yangmei) ໃຫ້ໝີແພນດ້າ!

ອີງຕາມຂໍ້ມູນຂ່າວສານ,ໃນລະຫວ່າງບຸນເຂົ້າຕົ້ມປີນີ້,ສວນສັດຈະສົ່ງ ເຂົ້າຕົ້ມໃຫ້ບັນດາສັດ,ແລະ ພ້ອມດຽວກັນນັ້ນ ຈະດຳເນີນການຖ່າຍທອດສົດທາງອິນເຕີເນັດ, ເພື່ອແບ່ງປັນຄວາມສຸກ ແລະ ຄວາມຍິນດີໃຫ້ທຸກໆຄົນ.