ທ່ຽວຊົມພາບວິວທີ່ສວຍງາມຂອງນິເວດ ສວນພູດາໂຊຊຽງເກີລີລາແຂວງຢຸນນານ

2020-09-22 09:26:55 |ມາຈາກ: Yunnan Gateway

ສວນສາທາລະນະແຫ່ງຊາດພູດາໂຊຊຽງເກີລີລາ ແຂວງຢຸນນານ ຈະຂະຫຍາຍເຂດປ່າສະຫງວນໃຫ້ກວ້າງຮອດ 602 ກິໂລຕາແມັດ, ແລະ ຈະນຳເອົາ ປ່າໄມ້, ດິນຊຸ່ມ, ທົ່ງຫຍ້າ, ທີ່ຢູ່ອາໄສສັດປ່າ, ແລະ ບ້ານຊົນເຜົ່າພື້ນເມືອງເຂົ້າໃນເຂດປ່າສະຫງວນ. ອີງຕາມຂໍ້ມູນຂ່າວສານ, ສວນພູດາໂຊ ມີລະດັບສູງຈາກໜ້ານ້ຳທະເລ ລະຫວ່າງ 3,500 ແມັດ ຫາ 4,159 ແມັດ, ແລະ ມີສະພາບອາກາດທີ່ພົ້ນເດັ່ນ, ປາກົດໃຫ້ເຫັນ ພາບວິວນິເວດຂອງ "ພູມສັນຖານ, ປ່າໄມ້, ທົ່ງນາ, ທະເລສາບ ແລະ ທົ່ງຫຍ້າ".