ຕະຫຼາດກາງຄືນຂອງເຂດທ່ອງທ່ຽວລົງຊວາງຕ້ຽນຊີໂຮຫາຍຄຸນໝິງ

2020-10-16 13:53:30 |ມາຈາກ: Yunnan Gateway

ເຂດທ່ອງທ່ຽວລົງຊວາງຕ້ຽນຊີໂຮຫາຍຄຸນໝິງ, ໂດຍອິງຕາມລັກສະນະພິເສດຂອງວັດທະນະທຳຊົນເຜົ່ານ້ອຍຂອງແຂວງຢຸນນານເຊັ່ນ ຊົນເຜົ່າປາຍ, ຊົນເຜົ່າມົ້ງ, ຊົນເຜົ່ານາຊີ ແລະ ອື່ນໆ, ອອກແບບສະໜາມ ແລະ ຖະໜົນທີ່ມີຫົວຂໍ້ ເພື່ອການວາງສະແດງຫັດຖະກຳສີມືຊົນເຜົ່າທີ່ເປັນມູນເຊື້ອເຊັ່ນ ຍ້ອມຜ້າ ແລະ ການປັກແສ່ວຂອງຊົນເຜົ່າຢີ, ຍັງມີການສະແດງ ເສບເຄື່ອງດົນຕີ ແລະ ຟ້ອນລຳທຳເພງຂອງຊົນເຜົ່ານ້ອຍ ,ນອກຈາກນັ້ນ, ຢູ່ນີ້ຍັງສາມາດສຳຜັດກັບປະສົບການການຫຼິ້ນກິລາ, ຊີມລົດຊາດອາຫານປະເພດຕ່າງໆ, ຢູ່ທີ່ແຫ່ງນີ້ມີຮູບແບບການດຳລົງຊີວິດທີ່ຊາວໜຸ່ມມັກ, ແລະ ມີໂຄງການທ່ອງທ່ຽວທີ່ຫລາກຫລາຍ. ເຂດທ່ອງທ່ຽວນີ້ກາຍເປັນສິ່ງປຸກສ້າງເອກະລັກທີ່ມີກະແສນິຍົມໃໝ່ຂອງຄຸນໝິງ.