ພາເຂົ້າປີໃໝ່ກຸດຈີນຂອງຄົນມໍໂສ

2020-01-20 17:06:32 |ມາຈາກ: Yunnan Gateway

ມື້ກ່ອນບຸນປີໃໝ່ກຸດຈີນ, ຟ້າຍັງບໍ່ແຈ້ງ, ຜູ້ຍິງຄົນມໍໂສ ນາງ ດ້າລາຊູ ເຮືອນຂອງລາວຢູ່ບ້ານວາລາເປ່ຍເມືອງນິງລ້າງ ລີ້ຈ່ຽງ ໄດ້ດັງໄຟແຕ່ງກິນ, ເພື່ອກະກຽມພາເຂົ້າປີໃໝ່ກຸດຈີນ.

ເວລາ 5 ໂມງແລງ, ຮອດເວລາກິນເຂົ້າພາເຂົ້າປີໃໝ່ກຸດຈີນແລ້ວ, ນາງ ດ້າລາຊູ ເອົາອາຫານຂຶ້ນເທິງພາເຂົ້າປີໃໝ່ກຸດຈີນຢ່າງຕໍ່ເນື່ອງ, ລູກຂອງ ນາງ ດ້າລາຊູ ຢືນຢູ່ຂ້າງໂຕະ ແລະ ເວົ້າວ່າ “ 1,2,3...16ຖ້ວຍ, ຢູ່ເທິງໂຕະຄົບຫມົດແລ້ວ.”

ອາຫານ 16 ຖ້ວຍແມ່ນມີຊີ້ນຫຼາຍທີ່ສຸດ. ນາງ ດ້າລາຊູ ບອກພວກເຮົາວ່າ "ແຕ່ກ່ອນ, ບ້ານວາລາເປ່ຍແມ່ນໝູ່ບ້ານນ້ອຍໆທີ່ຢູ່ຫ່າງໄກສອກຫລີກເທົ່ານັ້ນ, ແລະ ເງື່ອນໄຂທາງດ້ານວັດຖຸກໍ່ຍັງບໍ່ດີ, ສະນັ້ນ, ປະຊາຊົນຈຶ່ງເອົາອາຫານທີ່ດີທີ່ສຸດມາກິນໃນພາເຂົ້າປີໃໝ່ກຸດຈີນ." ປະຈຸບັນ, ບ້ານວາລາເປ່ຍພັດທະນາການທ່ອງທ່ຽວຊົນນະບົດຢ່າງແຂງແຮງ, ຊາວບ້ານກໍຮັ່ງມີຂຶ້ນມາ, ແຕ່ວ່າ ປະເພນີຂອງການກິນຊີ້ນໃນພາເຂົ້າປີໃໝ່ກຸດຈີນແມ່ນຍັງຄົງຮັກສາໄວ້ຢູ່.

ຫຼັງຈາກພາເຂົ້າປີໃໝ່ກຸດຈີນ, ແສງໄຟໃນບ້ານກໍສະຫວ່າງສະໄຫວ, ແລະ ມີຄົນເວົ້າລົມກັນ. ນາງ ດ້າລາຊູ ແລະ ຜົວຂອງນາງວາງແຜນວ່າຈະຫັນປ່ຽນເຮືອນໃຫ້ກາຍເປັນເຮືອນພັກແບບຊົນນະບົດໃນປີໜ້າ, ເພື່ອສະໜອງບໍລິການທີ່ພັກໃຫ້ນັກທ່ອງທ່ຽວ, ແລະ ສະແດງວັດທະນະທຳພື້ນເມືອງຂອງມໍໂສ.