ນົກຍາງຄໍດຳບິນມາຫລົບຫນາວໃນພູດ້າຊານ

2020-01-22 15:45:22 |ມາຈາກ: Yunnan Gateway

ໃນປີມໍ່ໆມານີ້, ຄຽງຄູ່ກັບການເພີ່ມທະວີການປົກປັກຮັກສາໃນທຸກລະດັບຂອງແຂວງຢຸນນານ, ສະພາບແວດລ້ອມນິເວດຂອງເຂດສະຫງວນພູດ້າຊານໄດ້ຮັບການປັບປຸງເທື່ອລະກ້າວ, ເພື່ອເປັນການສະໜອງທີ່ຢູ່ອາໄສຫລົບຫນາວທີ່ມີຄຸນນະພາບສູງໃຫ້ແກ່ນົກຍາງຄໍດຳ. ເມື່ອຮອດລະດູໜາວ, ນົກຍາງຄໍດຳ ໄດ້ບິນມາຮອດເຂດສະຫງວນທຳມະຊາດແຫ່ງຊາດນົກຍາງຄໍດຳ ພູດ້າຊານ ເມືອງຈ່າວທອງ ແຂວງຢຸນນານ. ຫຼັງຈາກຫິມະຕົກ, ທົ່ງຫຍ້າພູສູງຂອງພູດ້າຊານໄດ້ກາຍເປັນໂລກທີ່ເຕັມໄປດ້ວຍຫິມະ ແລະ ນ້ຳກ້ອນ, ໃນຕອນທີ່ນົກຍາງຄໍດຳບິນໄປມານັ້ນມີທ່າທາງທີ່ສວຍງາມ, ພ້ອມດ້ວຍຫິມະ ແລະ ທ້ອງຟ້າສີຟ້າໄດ້ປະກອບກັນເປັນຮູບແຕ້ມ. ມາຮອດວັນທີ 10 ມັງກອນປີ 2020, ຈຳນວນນົກຍາງຄໍດຳທີ່ບິນມາຫລົບຫນາວ ແລະ ອາໄສຢູ່ພູດ້າຊານມີເຖິງ 1433 ໂຕ.