ດ່ານບໍ່ຫານເປີດຊ່ອງທາງສີຂຽວເພື່ອຮັບປະກັນນັກທ່ອງທ່ຽວທີ່ຂັບລົດດ້ວຍຕົນເອງສາມາດກັບຄືນບ້ານ

2020-02-06 16:54:09 |ມາຈາກ: Yunnan Gateway

ເມື່ອບໍ່ດົນມານີ້, ຂະບວນລົດຂ້າມຊາຍແດນຂອງນັກທ່ອງທ່ຽວທີ່ຂັບລົດດ້ວຍຕົນເອງ ປະກອບດ້ວຍລົດ 15 ຄັນ ແລະ ຈຳນວນຄົນ 57 ຄົນໄດ້ກັບຈາກຕ່າງປະເທດຄືນສູ່ດ່ານບໍ່ຫານ. ດ່ານພາສີເມືອງລ້າໄດ້ປະຕິບັດຂັ້ນຕອນການເຂົ້າເມືອງໃຫ້ຂະບວນລົດໂດຍຜ່ານຊ່ອງທາງສີຂຽວ.ນັບຕັ້ງແຕ່ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່, ດ່ານພາສີເມືອງລ້າ ກັບ ສະຖານີກວດກາຊາຍແດນຂາເຂົ້າຂາອອກດ່ານບໍ່ຫານ ໄດ້ສ້າງຕັ້ງກຸ່ມເຮັດວຽກ, ໂດຍອີງຕາມສະພາບຕົວຈິງຂອງດ່ານພາສີ, ກຳນົດແຜນການທີ່ກ່ຽວຂ້ອງ ແລະ ເປີດຊ່ອງທາງສີຂຽວໃຫ້ໄວເທົ່າທີ່ຈະໄວໄດ້, ເພື່ອຮັບປະກັນນັກທ່ອງທ່ຽວທີ່ຂັບລົດດ້ວຍຕົນເອງສາມາດກັບຄືນບ້ານ.