ສິບສອງພັນນາຈັດງານການແຂ່ງຂັນອາຫານຍຳ

2020-04-02 10:24:25 |ມາຈາກ: Yunnan Gateway



ວັນທີ 27 ມີນາ,ການແຂ່ງຂັນອາຫານຍຳສິບສອງພັນນາຄັ້ງທຳອິດໄດ້ຈັດຂຶ້ນໃນເຂດທ່ອງທ່ຽວເກົ່າຈວາງສີ່ຊວາງຈີ່ງ.

ອາຫານວ່າງຍຳ(ທີ່ຄ້າຍຄືຍຳໝາກຫຸ່ງ,ຍຳໝາກແຕງ) ແມ່ນອາຫານອັນແຊບນົວທີ່ມີເອກະລັກພິເສດຢ່າງໜຶ່ງຂອງສິບສອງພັນນາແຂວງຢຸນນານ,ໃນສະຖານທີ່ຈັດງານກິດຈະກຳ,ອາຫານຍຳທຸກສິ່ງທຸກຢ່າງລ້ວນແຕ່ເຮັດໃຫ້ຄົນຮູ້ສຶກຢາກກິນ.ກິດຈະກຳນີ້ໄດ້ດຶງດູດຊາວເມືອງແລະນັກທ່ອງທ່ຽວຢ່າງຫລວງຫຼາຍມາທີ່ນີ້ເພື່ອຊົມເບິ່ງ ແລະ ຊິມລົດຊາດອາຫານ.

ອີງຕາມຂໍ້ມູນຂ່າວສານ,ນັບແຕ່ວັນທີ 14 ມີນາ,ເຂດທ່ອງທ່ຽວເກົ່າຈວາງສີ່ຊວາງຈີ່ງໄດ້ເປີດໂຄງການຈຳນວນໜຶ່ງຢ່າງຕໍ່ເນື່ອງເຊັ່ນ ຕະຫລາດກາງຄືນ, ຂີ່ເຮືອ, ເຮືອໄວແລະອື່ນໆ.