ໃນລະດູໃບໄມ້ປົ່ງພວກເຮົາໄປເມືອງລີຈ່ຽງນຳກັນ

2020-04-21 17:49:04 |ມາຈາກ: Yunnan Gateway

ເນື່ອງຈາກໄດ້ຮັບຜົນກະທົບຂອງການລະບາດຂອງພະ​ຍາດ​ໂຄວິດ-19,ໃນໄລຍະງານບຸນປີໃໝ່ກຸດຈີນ,ຂະແໜງການທ່ອງທ່ຽວຂອງເມືອງລີ້ຈ່ຽງເກືອບຈະຢຸດເຊົາທັງຫມົດ,ເມື່ອສະຖານະການປ້ອງກັນແລະຄວບຄຸມການລະບາດໄດ້ຄ່ອຍໆດີຂື້ນ,ບັນດາເຂດທ່ອງທ່ຽວເຊັ່ນພູຫິມະຢີລົງ,ເມືອງບູຮານ,ໜອງລູກູ,ພູລາວຈູງແລະສະຖານທີ່ອື່ນໆໄດ້ຟື້ນຟູຮັບນັກທ່ອງທ່ຽວຄືນໃໝ່,ຂະແໜງການການທ່ອງທ່ຽວໄດ້ຄ່ອຍໆຟື້ນຟູການບໍລິການຄືນໃຫມ່.

ນອກຈາກນັ້ນ, ບັນດາເຂດທ່ອງທ່ຽວຫຼາຍແຫ່ງຍັງໄດ້ເຮັດວຽກປ້ອງກັນແລະຄວບຄຸມການລະບາດຂອງພະຍາດໄດ້ເປັນຢ່າງດີ, ນັກທ່ອງທ່ຽວແລະພະນັກງານທຸກຄົນທີ່ເຂົ້າມາແລະອອກຈາກເຂດທ່ອງທ່ຽວຕ້ອງໃສ່ຜ້າອັດປາກ, ວັດແທກອຸນຫະພູມຮ່າງກາຍ, ແລະສະແກນລະຫັດສຸຂະພາບ.ເຂດທ່ອງທ່ຽວມີການຂ້າເຊື້ອໃນທຸກໆວັນ.

ຂໍ້ມູນໄດ້ສະແດງໃຫ້ເຫັນວ່າ, ພາຍຫຼັງສະຖານທີ່ທ່ອງທ່ຽວຕ່າງໆໃນເມືອງລີ້ຈ່ຽງໄດ້ເລີ່ມທຸລະກິດຄືນໃໝ່, ຮອດວັນທີ 10 ມີນາ, ເມືອງລີ້ຈ່ຽງໄດ້ຮັບນັກທ່ອງທ່ຽວ 243.000 ເທື່ອຄົນ, ລາຍໄດ້ຈາກປີ້ເຂົ້າຊົມແມ່ນ 517,200 ຢວນ(653,655,987ກີບ).