ລົດຊາດຂອງແຂວງຢຸນນານ

2020-04-26 17:00:48 |ມາຈາກ: Yunnan Gateway

ແຂວງຢຸນນານມີສິນຄ້າພິເສດໜຶ່ງ, ລົດຊາດແຊບຫຼາຍ, ມີປະຫວັດສາດກວ່າ 1000 ປີມາແລ້ວ, ຍ້ອນວ່າຜະລິດຢູ່ເມືອງຊ່ຽນອຸຍ, ຈຶ່ງໄດ້ຊື່ວ່າ ຂາໝູເຄັມຊ່ຽນອຸຍ. ຂາໝູເຄັມຊ່ຽນອຸຍແມ່ນຊີ້ນຂາໝູທີ່ຖືກຫມັກດ້ວຍເກືອ, ເຊິ່ງເປັນອາຫານໜຶ່ງທີ່ຄົນຢຸນນານມັກກິນທີ່ສຸດ, ສາມາດນຳໃຊ້ມາຂົ້ວ, ໜຶ້ງ, ຕົ້ມແລະອື່ນໆ,ເປັນລົດຊາດບ້ານເກີດຂອງຄົນຢຸນນານ.

ໃນປີມໍ່ໆມານີ້, ເມືອງຊ່ຽນອຸຍໂດຍຜ່ານການເຄື່ອນໄຫວກິດຈະກຳເຊັ່ນ ກິດຈະການອາຫານແຊບ, ງານວາງສະແດງການຄ້າແລະການລົງທຶນ, ກິດຈະກຳການທ່ອງທ່ຽວວັດທະນາທຳ ແລະອື່ນໆ, ໄດ້ສົ່ງເສີມການພັດທະນາຂະແໜງການຂາໝູເຄັມ, ເຮັດໃຫ້ຫຼາຍຄົນມີຄວາມຮູ້ຄວາມເຂົ້າໃຈຕໍ່ວັດທະນະທຳຂາໝູເຄັມແຂວງຢຸນນານ ແລະ ຫລົງຮັກຂາໝູເຄັມຢຸນນານ.