ງານລ້ຽງຂອງຄອບຄົວຊົນເຜົ່າໄທລື້ເມືອງຈ່ຽງເສິງ

2020-05-11 17:38:08 |ມາຈາກ: 《占芭》杂志

“ໂລກມະນຸດມີອາຫານການກິນທີ່ຫອມຫວນແລະຖືກປາກ, ແມ່ເຮືອນຜູ້ມີຝີມືກໍຫຍຸ້ງວຽກໃນເຮືອນຄົວຢູ່ທຸກມື້. ສາວປ໊າຍ(ຫລືແມ່ເຮືອນຂອງຊົນເຜົ່າໄທລື້)ແມ່ນມີຄວາມສາມາດໃນການເຮັດອາຫານທີ່ມີລົດຊາດແຊບຊ້ອຍທີ່ສຸດ,ອາຫານແຊບນົວເປັນພັນຊະນິດແມ່ນໃຜທີ່ຈະເປັນຜູ້ລອງຊິມທຳອິດ?”

ແມ່ເຮືອນຂອງຊົນເຜົ່າໄທລື້ມີຊື່ສຽງໃນເລື່ອງການປຸງແຕ່ງອາຫານອັນແຊບນົວ. ເຊິ່ງນີ້ກໍແມ່ນຄຳຍ້ອງຍໍຕໍ່ພວກເພິ່ນ. “ງານລ້ຽງຂອງຊົນເຜົ່າໄທລື້ຢ່າງຫນ້ອຍສຸດແມ່ນມີອາຫານ12 ເຍື່ອງ,ເວລາສະຫລອງບຸນຈະເຮັດ 16 ເຍື່ອງ” ນາງຢູ້ເຕ໋(Yu Die) ເປັນແມ່ຄົວຜູ້ມີຊື່ສຽງຂອງບ້ານມ້ານທ່ານ(ບ້ານໄທລື້) ເມືອງປົກຄອງຕົນເອງຊົນເຜົ່າຢີຊົນເຜົ່າຮານີຈ່ຽງເສິງນະຄອນພູເອີ (Pu 'er City)ແຂວງຢຸນນານ, ບໍ່ວ່າຍາມໃດທີ່ມີການສະເຫລີມສະຫລອງບຸນ,ໃນຫມູ່ບ້ານຈະມາຈອງໂຕະສຳລັບງານລ້ຽງໃນເຮືອນກັບລາວ.

ອາຫານແຊບທີ່ມີລົດຊາດຂົມ

ງານລ້ຽງໃນເຮືອນແບບດັ້ງເດີມຂອງຊົນເຜົ່າໄທລື້ມີອາຫານຢ່າງຫນຶ່ງທີ່ຕ້ອງມີ ນັ້ນກໍຄື: ເພ້ຍຂົມ. ຢູ່ເທິງເຕົາວາງຫມໍ້ເຫລັກອັນໃຫຍ່ອັນຫນຶ່ງ, ໃນຫມໍ້ໃສ່ນ້ຳສະອາດປະມານ 1/4 ແລ້ວຕົ້ມໃຫ້ຟົດ, ນາງ ຢູ້ເຕ໋ເອົາໄສ້ງົວຂົມຕ່ອນຫນຶ່ງເອົາລົງໄປໃນນ້ຳຟົດໆ. ໄສ້ງົວຂົມແມ່ນນາງຢູ້ເຕ໋ໄດ້ຊື້ມາແຕ່ເຊົ້າກ່ອນຫນ້ານີ້ແລ້ວ, ຍາວປະມານສິບກວ່າຊັງຕີແມັດ.

ນາງຢູ້ເຕ໋ເວົ້າວ່າ“ກ່ອນການຂ້າງົວ, ໂດຍທົ່ວໄປແລ້ວຈະເກືອຫຍ້າໃຫ້ງົວເຊິ່ງເປັນຫຍ້າທີ່ມີສະເພາະໃນບ້ານຊົນເຜົ່າໄທລື້ກໍຄື: ຊື້ອູ່ເຈ່ຍ ( acanthopanax),ຫຍ້າຫລຽວເຜັດຫອມ (Knotweed).ຊື້ອູ່ເຈ່ຍເປັນຫຍ້າຢາຈີນທີ່ເຢັນສົດຊື່ນແລະມີລົດຂົມ, ຮູບຮ່າງໃບຂອງຫຍ້າຫລຽວເຜັດຫອມຄ້າຍຄືໃບຫມາກເຜັດ, ລົດຊາດທັງເຜັດທັງຂົມ, ມີສັບພະຄຸນໃນການຂ້າເຊື້ອ, ແກ້ກະຫາຍນ້ຳແລະແກ້ຮ້ອນໃນ.”

ຄົນຊົນເຜົ່າໄທລື້ຖືເອົາຕອນທີ່ວັດຖຸດິບເຫລົ່ານີ້ຍັງບໍ່ຖືກງົວຍ່ອຍແລະດູດຊຶມຫມົດ, ເອົາໄສ້ຂົມຂອງງົວອອກມາ, ເອົາມາເຮັດເປັນອາຫານຢາຈີນ-ເພ້ຍຂົມ. ໃນລົດຊາດອາຫານຂອງຊົນເຜົ່າໄທລື້ນັ້ນ, ເພ້ຍຂົມໄດ້ຮອດຕຳແຫນ່ງ“ອ້າຍໃຫຍ່ຂອງລົດຊາດອາຫານໄທລື້”.

ດິບ, ສົ້ມ, ເຜັດ

ຄົນໃນຄອບຄົວຊົນເຜົ່າໄທລື້ມັກກິນຜັກປ່າດິບ.ການກິນດິບແມ່ນລັກສະນະພິເສດໃຫຍ່ອັນຫນຶ່ງຂອງລົດຊາດອາຫານໄທລື້, ກິນດິບ, ລົດຊາດຜັກແຊບຫລາຍ, ຖືກປາກຖືກໃຈ, ເຊິ່ງທັງຫມົດກໍແມ່ນອີງອາໄສໃສ່“ຫນານມີ໋”ເຊິ່ງເປັນເຄື່ອງປຸງເພີ່ມລົດຊາດຊະນິດຫນຶ່ງ. ຫນານມີ໋ມີປະໂຫຍດອັນສຳຄັນຕໍ່ການກິນດິບ, ເພີ່ມຕື່ມສີສັນໃຫ້ແກ່ລົດຊາດການກິນດິບອັນເປັນເອກະລັກສະເພາະຂອງຊົນເຜົ່າໄທລື້.

“ຫນານມີ໋”ແມ່ນນ້ຳແຈ່ວຂອງຄອບຄົວຊົນເຜົ່າໄທລື້. ຫນານມີ໋ຖ້ວຍນ້ອຍໆຖ້ວຍຫນຶ່ງ,ຕ້ອງໄດ້ໃຊ້ວັດຖຸດິບການປຸງແຕ່ງອາຫານຫລາກຫລາຍປະເພດ, ວັດຖຸດິບປຸງແຕ່ງອາຫານຈຳນວນຫນຶ່ງຍັງຕ້ອງການກະກຽມແລະຈັດການລ່ວງຫນ້າ, ນີ້ກໍແມ່ນຫນຶ່ງໃນເຫດຜົນທີ່ການເຮັດອາຫານລົດຊາດໄທລື້ນັ້ນເປືອງແຮງແລະເປືອງເວລາ.

“ຫນານມີ໋ຂອງຄອບຄົວຊົນເຜົ່າໄທລື້ມີຫລາກຫລາຍປະເພດທີ່ພົບເຫັນໄດ້ເລື້ອຍໆແມ່ນຫນານມີ໋ຫມາກເລັ່ນ, ຫນານມີ໋ຖົ່ວດິນ, ຫນານມີ໋ຫນໍ່ໄມ້ສົ້ມ. ວິທີການເຮັດຕົ້ນຕໍມີຄື: ເຜົາ, ປີ້ງ, ຕຸ໋ນ, ຕຳ, ສັບ, ປະສົມໃຫ້ເຂົ້າກັນແລະອື່ນໆ. ລົດຊາດກໍມີເຄັມ,ສົ້ມ,ຫອມ,ເຜັດ,ຮຶນ,ສົດ,ຫວານ,ຂົມແລະອື່ນໆ.”

ສິ່ງທີ່ນາງຢູ້ເຕ໋ກະກຽມແມ່ນຫນານມີ໋ຫນໍ່ໄມ້ສົ້ມແລະຫນານມີ໋ຫມາກເລັ່ນ, ລົດຊາດຕົ້ນຕໍແມ່ນເຜັດແລະສົ້ມ, ລົດຊາດເຜັດ ແລະ ສົ້ມແມ່ນເອກະລັກໃຫຍ່ອີກຢ່າງຫນຶ່ງຂອງລົດຊາດອາຫານຂອງຊົນເຜົ່າໄທລື້. ຄົນໃນຄອບຄົວຊົນເຜົ່າໄທລື້ມັນກິນອາຫານສົ້ມເຜັດ,ມີຄວາມສຳພັນກັບສະພາບແວດລ້ອມການດຳລົງຊີວິດໃນເຂດຮ້ອນ, ຄົນໃນຄອບຄົວຊົນເຜົ່າໄທລື້ຄິດວ່າ, ກິນສົ້ມໃຈກໍຮູ້ສຶກສະບາຍແລະຕາກໍແຈ້ງ, ມີສ່ວນຊ່ວຍໃນການຍ່ອຍອາຫານ, ກິນສົ້ມຫລາຍໆ, ສາມາດລະບາຍຄວາມຮ້ອນແລະແກ້ຮ້ອນໃນ; ການກິນເຜັດ, ສາມາດເປັນລົດຊາດຮຽກນ້ຳຍ່ອຍ,ເພີ່ມຄວາມຈະເລີນອາຫານ, ເພີ່ມພູມຕ້ານທານໃນຮ່າງກາຍ, ປ້ອງກັນການຖືກລົມເປັນຫວັດ.

ກິ່ນຫອມເຕັມປ່ຽມ

“ຄວາມຫອມ” ຂອງພາເຂົ້າງານລ້ຽງໃນຄອບຄົວຊົນເຜົ່າໄທລື້, ແມ່ນຂາດວັດຖຸດິບໃນທ້ອງຖິ່ນຄອບຄົວຊົນເຜົ່າໄທລື້ຈ່ຽງເສິງບໍ່ໄດ້—ເຊິ່ງກໍຄື ການນຳໃຊ້ງົວເຫລືອງນ້ອຍ.ງົວເຫຼືອງນ້ອຍຈ່ຽງເສິງແມ່ນຜະລິດຕະພັນເອກະລັກປະຈຳທ້ອງຖິ່ນ. ຄົນໃນທ້ອງຖິ່ນມີຄວາມລຶ້ງເຄີຍໃນການລ້ຽງງົວເຫຼືອງນ້ອຍແບບກະຈັດກະຈາຍ, ປ່ອຍໃຫ້ຫາກິນເອົາເອງຕາມທົ່ງຫຍ້າປ່າໄມ້, ດ້ວຍເຫດນັ້ນຄຸນນະພາບຊີ້ນຈຶ່ງບໍ່ຫຍາບ, ມີລົດຫອມບໍລິສຸດ.

ສິ່ງທີ່ມີຊື່ສຽງທີ່ສຸດກໍແມ່ນຊີ້ນແຫ້ງງົວເຫລືອງນ້ອຍ, ເຊິ່ງເອົາຊີ້ນງົວສົດມາຕັດເປັນເສັ້ນ, ມາປະສົມກັບເກືອ, ຫມາກເຜັດ, ຫມາກແຄ່ນແລະສ່ວນປະສົມອື່ນໆມາຫມັກ ແລະ ຕາກ, ສີເປັນສີແດງທີ່ເບິ່ງຊຸ່ມແລະສົດໃຫມ່, ລົດຊາດສົດຢ່າງແທ້ຈິງ, ຄວາມຫອມມີຢ່າງເຕັມປ່ຽມ.

ເມື່ອຕອນຍັງນ້ອຍ, ນາງຢູ້ເຕ໋ມັກໄປຫລິ້ນຢູ່ເທິງພູກັບຫມູ່“ຢູ່ເທິງພູມີຫມາກໄມ້, ເອົາຜັກສົ້ມ, ເຂົ້າຫນຽວຕິດໂຕໄປນຳຫນ້ອຍຫນຶ່ງ, ກໍມີບ່ອນກິນເຂົ້າໃນມື້ນັ້ນແລ້ວ, ເຫລົ່າຫມູ່ເພື່ອນຫລິ້ນຮອດຕອນແລງຈຶ່ງກັບບ້ານ” ຍ້ອນເຫດຜົນນີ້ລາວຈຶ່ງມີຄວາມສາມາດໃນການໄຈ້ແຍກເຄື່ອງປ່າຂອງດົງ, ລາວຜູ້ຢູ່ຂ້າງເຕົາໄຟແຕ່ນ້ອຍຮອດໃຫຍ່, ພາຍໃຕ້ການຫລໍ່ຫລອມຂອງຄົນໃນຄອບຄົວ, ຈຶ່ງໄດ້ຮຽນຮູ້ສີມືການແຕ່ງກິນທີ່ດີແລະເປີດຮ້ານອາຫານຂອງຕົນຢູ່ໃນບ້ານນັ້ນ.