ນາຂັ້ນໄດຮານີຢວນຢາງ ການທ່ອງທ່ຽວເຮັດໄຮ່ໄຖນາໃນລະດູບ້ານໃໝ່ ຊ່ວຍລົບລ້າງ ຄວາມທຸກຍາກ

2020-05-13 17:13:33 |ມາຈາກ: Yunnan Gateway

ເຂດທ່ອງທ່ຽວ ນາຂັ້ນໄດຮານີຢວນຢາງ ໃນຕົ້ນເດືອນພຶດສະພາ,ແມ່ນໄລຍະການເຮັດໄຮ່ໄຖນາໃນລະດູບານໃໝ່, ເຊິ່ງນີ້ໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼາຍ ໄປທ່ຽວຢູ່ ນາຂັ້ນໄດຮານີຢວນຢາງ, ນັກທ່ອງທ່ຽວສາມາດຈັບປາ ແລະ ປັກດໍາກ້າໃນທົ່ງນາ, ເພື່ອສຳຜັດຄວາມມ່ວນຊື່ນໃນການເຮັດໄຮ່ໄຖ່ນາ.

ນອກຈາກນັ້ນ, ນັກທ່ອງທ່ຽວຍັງສາມາດຊື້ ແລະ ຊິມລົດຊາດກະສິກຳພິເສດຂອງທ້ອງຖິ່ນເຊັ່ນ: ເຂົ້າແດງ ແລະ ໄຂ່ເປັດ, ເຂົ້າໃຈວັດທະນະທຳຊົນເຜົ່າຮານີ, ແລະ ເຂົ້າຮ່ວມໃນການປົກປັກຮັກສາ ນາຂັ້ນໄດ. ພ້ອມດຽວກັນນັ້ນ, ຍັງສົ່ງເສີມຊາວກະສິກອນໃນທ້ອງຖິ່ນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີລາຍໄດ້ເພີ່ມຂື້ນ.