ຈຸ່ມເຫັດປ່າ,ຂອງຂວັນຈາກພູຜາໃຫຍ່

2020-07-15 15:43:44 |ມາຈາກ: 《占芭》杂志

ເດືອນກໍລະກົດ, ພໍດີແມນລະດູຝົນຂອງແຂວງຢຸນນານ. ຝົນຕົກຄັ້ງໜຶ່ງ, ນອກຈາກໄດນຳຄວາມເຢັນສະບາຍມາສູຕົວເມືອງແລວ, ຍັງໄດນຳຂອງຂວັນຈາກພູຜາມາດວຍ ນັ້ນກໍຄື: ເຫັດປາ.

ແຂວງຢຸນນານມີນາມມະຍົດທີ່ເປັນ "ອານາຈັກແຫງເຫັດປາ". ສະຖານທີ່ທາງພູມສາດທີ່ເປັນເອກະລັກ, ມີຝົນຕົກ ແລະແສງແດດດີທີ່ເຫຼືອເຟືອ, ມີປະເພດປາໄມ ແລະ ດິນແດນອັນຫຼາກຫຼາຍ, ຈຶ່ງໄດສະໜອງເງື່ອນໄຂອັນພົ້ນເດັ່ນໃນການເຕີບໃຫຍຂອງເຫັດປາ, ໄດເປັນບອນເຮັດໃຫເກີດເຫັດປະເພດສະເຫວີຍໄດຢາງອຸດົມສົມບູນອອກມາ.

ເຫັດປາແມນອາຫານແຊບທີ່ມະຫັດສະຈັນຢາງໜຶ່ງ ທີ່ທຳມະຊາດໄດມອບໃຫແກຊາວແຂວງຢຸນນານ, ສາມາດເວົ້າໄດວາທຸກຄົນໃນແຂວງຢຸນນານ ລວນແຕມີຄວາມຊົງຈຳທີ່ຍາກຈະລືມໄດຕເຫັດປາຊະໜິດໃດໜຶ່ງ. ການໄປຫາເຫັດ ການຊື້ເຫັດ ການລາງເຫັດ ຈົນເຖິງການແຕງເຫັດເປັນອາຫານຢາງຮຽບຮອຍວາງໄວຢູເທິງໂຕະອາຫານແລວ, ກິ່ນຫອມຂອງເຫັດທີ່ມາຈາກປາແມນເຕັມໄປດວຍຄວາມຊົງຈຳກຽວກັບລະດູຮອນຂອງຄົນຢຸນນານ. ວິທີການກິນເຫັດປາແມນຫຼາກຫຼາຍ, ສາມາດເອົາມາຂົ້ວ ຈືນ ປີ້ງ ຫຼື ຍໍາເປັນຕົ້ນ, ແຕວິທີທີ່ຄັກ ແລະ ຕິດໃຈທີ່ສຸດ ກໍແມນຈຸມເຫັດປາ.

ກິ່ງແຂວງປົກຄອງຕົນເອງເຜົ່າຢີ ຈູສົງ(Chuxiong Yi Autonomous Prefecture) ເປັນໜຶ່ງໃນຂົງເຂດທີ່ມີເຫັດປາອັນອຸດົມສົມບູນທີ່ສຸດຂອງແຂວງຢຸນນານ, ແກງເຫັດປາ-ຈຸມເຫັດປາຂອງທອງຖິ່ນ ເປັນໜຶ່ງໃນຫົກເຍື່ອງອາຫານອັນມີຊື່ສຽງທີ່ສຸດຂອງແຂວງຢຸນນານ, ສວນປະກອບອາຫານ ແມນມາຈາກທຳມະຊາດລົດຊາດແຊບຊອຍ, ເຊິ່ງເປັນອາຫານທີ່ຜູຊິມອາຫານຫຼາຍຄົນ ມັກທີ່ສຸດ.

ຈຸມເຫັດປາ ທີ່ເຮັດໂດຍຄົນເຜົ່າຢີກິ່ງແຂວງຈູສົງເປັນວິທີການກິນເຫັດປາທີ່ສາມາດເຫັນໄດຄວາມຫອມ ແລະ ຄວາມສົດຂອງເຫັດປາທີ່ສຸດ. ຈຸມເຫັດປານຳໃຊແກງເຫັດແກມາແຕງເປັນນໍ້າແກງເດີມ, ເອົາແຜນເຫັດປາແຫງຈຳນວນ 7 ຊະນິດຂຶ້ນໄປ, ປົນກັບສວນປະກອບທີ່ເປັນກະດູກທີ່ມີທາດການຊີສູງມາຕົ້ມໃນ 7 ຊົ່ວໂມງຂຶ້ນໄປ ຈຶ່ງສຳເລັດດີ. ພື້ນໝໍ້ແກງຂອງມັນຂຸນເລັກນອຍ, ແຕເມື່ອກິນແລວຈະຫອມກວາເມື່ອດົມກິ່ນ, ມັນຍັງມີບົດບາດໃນການຮັກສາສຸຂະພາບ ກໍຄືການເພີ່ມທາດການຊີເປັນຕົ້ນ. ບວກກັບແຈວເຫັດທີ່ຮານອາຫານໄດຄົ້ນຄິດອອກມາເອງ (ຫຼັງຈາກໝາເຫັດແຫງໃຫຍແລວ, ໂດຍຜານການອົບ ການຂົ້ວໃຫແຫງແລວ ໃສໝາກເຜັດຕື່ມເຂົ້າ),ກິນນຳຈຸມເຫັດ, ມັນຈະບກຳຈັດຕັດອອກກິ່ນຫອມຂອງເຫັດປາ, ແຕ່ຍັງສາມາດເພີ່ມແທນໃຫແກຄວາມລື້ງເຄີຍການກິນອາຫານຂອງຜູກິນທີ່ມັກທັງຫອມທັງເຜັດອີກດວຍ.

ພາຍຫຼັງເອົານໍ້າແກງເດີມ ແລະ ຖວຍແຈວ ວາງໄວຢູເທິງໂຕະຢາງຮຽບຮອຍແລວ, ຜູບໍລິການຂອງຮານອາຫານໄດລາງເຫັດປາທີ່ແຂກໄດສັ່ງໃຫສະອາດ, ແລວກໍໃສເຂົ້າໃນນໍ້າແກງ ຕົ້ມໃຫສຸກພໍສົມຄວນ. ເວລາແຫງການລໍຖາຕອນນີ້ ເປັນເວລາທີ່ລຳບາກທີ່ສຸດ, ຍອນກິ່ນຫອມອັນເຂັ້ມຂຸນຂອງຈຸມເຫັດ ໄດດຶງດູດຕອມຊີມລົດຊາດຂອງແຂກຢາງບຢຸດເຊົາ, ເຮັດໃຫຄົນນໍ້າລາຍໄຫລອອກມາກອນທີ່ຈະໄດກິນ. ເປີດຝາໝໍ້ຂຶ້ນ, ພຽງແຕເຫັນເຫັດຕີນແຮດອັນໜາໆ ເຫັດມັນໄກ (Chanterelle)ທີ່ອອນໂຍນເໝືອນປຸດພຸດດິ້ງ ເຫັດຫົວສີຂຽວທີ່ມີຫົວ(Paecilomyces)ໃຫຍໆ ເຫັດ Dictyophora ທີ່ມີຮູບຊົງພິເສດ ຄືໄດ ນຸງ "ຊດກະໂປງ" ແລະ ເຫັດປາຊະນິດອື່ນໆກອງແຫຍກັນຢູເຕັມໝໍ້, ມັນອອນນຸມ ແລະ ໜາ, ທັງຫວານທັງແຊບ, ເຕັມໄປດວຍນໍ້າແກງ, ຈັ່ງແມນແຊບຊອຍອີ່ຫຼີ. ສິ່ງທີ່ມະຫັດສະຈັນທີ່ສຸດ ກໍແມນ ເຖິງແມນວາລົດຊາດຂອງຕາງຊະນິດເຫັດປາແຕກຕາງກັນ, ແຕມັນຈະບມີຜົນກະທົບຕກັນ ແລະ ກັນ.

ຈຸມເຫັດອັນຮອນໆໝໍ້ໜຶ່ງ, ທີ່ມີເຫັດປາຊະນິດຕາງໆຈາກຢຸນນານ ມາພົບກັນຢູປາຍລີ້ນ. ອັນນີ້ ແທນທີ່ຈະວາແມນການກິນເຫັດປາ, ແຕຄວນຈະວາແມນການຊິມລົດຊາດແຫງແສງແດດຂອງຢຸນນານ ນໍ້າຝົນຂອງຢຸນນານ ແລະ ຮີດຄອງພື້ນເມືອງຂອງຢຸນນານຈະດີກວາ.