ຮູບປັ້ນທະຫານ ແລະ ມ້າທີ່ແຕ່ງແຕ້ມສີສັນ

2020-09-09 17:02:25 |ມາຈາກ: ວາລະສານ ຈຳປາ

ຮູບປັ້ນທະຫານ ແລະ ມາ ທີ່ປັ້ນດວຍດິນເຜົາ ຂອງ ສຸສານຈິນຊີຮອງເຕ້ (Emperor Qin Shihuang's Mausoleum and the Terra-cotta Warriors and Horses) ທີ່ນະຄອນຊີອານ (Xi'an City) ແຂວງສັນຊີ (Shaanxi Province)ຖືກເອີ້ນວາເປັນໜຶ່ງໃນການຄົ້ນພົບທີ່ຍິ່ງໃຫຍທີ່ສຸດໃນປະຫວັດສາດທາງບູຮານຄະດີຂອງໂລກ, ໃນປີ 1987 ໄດຖືກບັນທຶກເຂົ້າໃນລາຍການປົກປັກຮັກສາມໍລະດົກໂລກທາງວັດທະນະທຳ.

ສຸສານຈິນຊີຮອງເຕ ແລະ ຫຼຸມທີ່ຝັງ ຮູບປັ້ນທະຫານ ແລະ ມາ ແມນ ຫຼຸມທີ່ຖືກຝັງພອມກັບ ສຸສານຂອງ ຈິນຊີຮອງເຕ ຫຼື ອິ໋ງເຈິ້ງ (Ying Zheng) ເຊິ່ງແມນຮອງເຕອົງທຳອິດຂອງຈີນ. ປີ 1974, ພາຍຫຼັງທີ່ຖືກຖົມເຊື່ອງຢູໃນດິນມາສອງພັນກວາປີ,ຮູບປັ້ນທະຫານ ແລະ ມາ ຂອງ ສຸສານຈິນຊີຮອງເຕ້ ກໍໄດອອກມາພົບແສງຕາເວັນອີກຄັ້ງໜຶ່ງ, ໃນເວລາດຽວກັບທີ່ສາງຄວາມສັ່ນສະເທືອນໄປໃນທົ່ວໂລກ, ກໍໄດໄຂປິດສະໜາປະຫວັດສາດອັນມະຫາສານຢາງຕເນື່ອງ. ນັບແຕປີ 1979 ເປັນຕົ້ນມາ, ໄດມີຜູນຳສູງສຸດຂອງປະເທດ ແລະ ການນຳລັດຖະບານ200 ກວາທານທີ່ໄດມາຢຽມຢາມ ຮູບປັ້ນທະຫານ ແລະ ມາ ແຫງສຸສານຈິນຊີຮອງເຕ .

ໝູເພື່ອນຫຼາຍຄົນທີ່ເຄີຍໄປເບິ່ງຮູບປັ້ນທະຫານ ແລະ ມາແຫງສຸສານຈິນຊີຮອງເຕ ຫຼື ເຄີຍເບິ່ງຮູບ, ອາດຈະຄິດວາ, ສີເທົາຝຸນເທິງຫຸນຂອງພວກມັນຢາກມີຄວາມຈືດຊືດ ແລະແຂງກະດາງ. ໃນຄວາມຈິງແລວ, ໃນຕອນທີ່ຜະລິດ ຮູບປັ້ນທະຫານ ແລະ ມ້າທີ່ແຕ່ງແຕ້ມສີສັນ, ລວນແຕໄດຂຶ້ນສີແລວ. ໃນຕອນທີ່ ຮູບປັ້ນທະຫານ ແລະ ມ້າທີ່ແຕ່ງແຕ້ມສີສັນຫາກ່ໍຖືກຂຸດຄົ້ນພົບ, ມີສີສັນງົດງາມຫຼາຍ, ເບິ່ງຄືກັບມີຊີວິດ: ສີຂອງເສື້ອຜາມີຂຽວອອນ, ແດງສົດ, ແດງມວງ, ສີບົວ, ບົວມວງ, ຟາຄາມ, ຂາວ, ສົ້ມອິດ ແລະ ສີອື່ນໆ, ຄໍເສື້ອ, ແຂນເສື້ອ, ປົກເສື້ອ ແລະ ສວນອື່ນໆປັກຂອບທີ່ມີສີສັນ. ສີຂອງໂສງໂດຍທົ່ວໄປແລວມີສີຂຽວອອນ, ຍັງມີສີແດງ, ສີຟາຄາມ, ບົວມວງ,ຂາວ ແລະ ອື່ນໆ.

ບາງເທື່ອອາດມີຄົນຖາມວາ, ທັງໆທີ່ເຫັນໄດຊັດແຈງວາວັດຖບູຮານຫຼາຍຢາງ ໃນໄລຍະລັດແຫງສົງຄາມລະດູໃບໄມປົ່ງ ແລະ ລະດູໃບໄມຫຼົ່ນ (The Spring and Autumn and Warring States periods) (ກອນຍຸກສະໄໝທີ່ ຈິນຊີຮອງເຕ ທອນໂຮມປະເທດຈີນເປັນໜຶ່ງດຽວ, ປີ 770 ຫາ ປີ 221 ກອນ ຄ.ສ) ລວນແຕສາມາດຮັກສາສີສົດໃສໄວໄດ, ເປັນຫຍັງຮູບປັ້ນທະຫານ ແລະ ມາ ພໍແຕອອກມາຈາກດິນກໍເກີດປະຕິກິລິຍາ ກັບ ອົກຊີແຊນ (Oxydize) ແລວຈຶ່ງເຮັດໃຫສີຫຼຸດລອກ?

ເຫດຜົນກໍແມນຢູທີ່ວິທີການແຕມລະບາຍສີທີ່ພິເສດ. ຊາງຝີມືໃນສະໄໝນັ້ນທຳອິດຈະທາ ແລກເກີດິບ (Lacquer) ເທິງຫຸນດິນເຜົາທີ່ເຜົາແລວ, ຫຼັງຈາກນັ້ນກໍລົງສີເທິງແລກເກີອີກຄັ້ງໜຶ່ງ.

ແລກເກີດິບ ແມນ ໃຊຢາງຂອງຕົ້ນແລກເກີ (Lacquer tree) ມາປຸງແຕງເຮັດຂຶ້ນມາ, ເປັນວັດສະດຸທີ່ໃຊທາທີ່ເປັນຂອງທຳມະຊາດປະເພດໜຶ່ງ, ແລກເກີດິບ ປະເພດນີ້ ໃນຕອນທີ່ຫາກໍເລີ່ມຕົ້ນແມນເປັນສີຂາວ, ພາຍຫຼັງເມື່ອມີການສຳຜັດ

ກັບອາກາດຢາງເຕັມທີ່ແລວຈຶ່ງປຽນເປັນສີດຳ ຫຼື ສີແດງນໍ້າຕານ.

ແຕວາ ແລກເກີ ແມນ ເຄມີອິນຊີ, ເມື່ອເວລາດົນໄປຈະເກີດມີປະຕິກິລິຍາເຄມີ ກັບ ອົກຊີແຊນ, ເມື່ອອົກຊີແຊນ ມີສານອື່ນກໍຈະເກີດການກັດສີຂອງຮູບປັ້ນທະຫານ ແລະ ມ້າທີ່ແຕ່ງແຕ້ມສີສັນ, ເມື່ອເປັນແນວນີ້, ສີຂອງຮູບປັ້ນທະຫານ ແລະ ມ້າທີ່ແຕ່ງແຕ້ມສີສັນກໍຕິດບທົນແລວ, ກໍຈະແຫງລອກອອກຢາງໄວວາ.

ເນື່ອງຈາກວາໃນເວລານັ້ນ ຍັງບມີເຕັກນິກໃນການປົກປັກຮັກສາທີ່ດີ, ເມື່ອສີຂອງຮູບປັ້ນທະຫານ ແລະ ມາອັນມີສີສວຍສົດງົດງາມ ແລະ ຮູບຊົງທີ່ປັ້ນແຕງມາຢາງມີພະລັງໄດອອກມາຈາກດິນ ແລະ ສຳຜັດກັບອາກາດ, ສີເທິງຫຸນຂອງພວກມັນກໍຂົດມວນເຂົ້າພາຍໃນເວລາ 15 ວິນາທີ, ພາຍຫຼັງ 4 ນາທີກໍເລີ່ມຫຼຸດລອກ, ກາຍເປັນຮູບຮາງສີເທົາຝຸນແບບໃນປັດຈຸບັນ.

ນີ້ກໍເປັນໜຶ່ງໃນເຫດຜົນທີ່ ສຸສານຈີນຊີຮອງເຕບໄດຖືກຂຸດຄົ້ນໃນບໍລິເວນກວາງຈວບຈົນຮອດປັດຈຸບັນ.