ໃນແຂວງຢຸນນານ, ສັດຍັງມາກິນ "ເຂົ້າໜົມໄຫວ້ພະຈັນ" ຕ້ອນຮັບວັນຊາດຈີນ ແລະ ບຸນໄຫວ້ພະຈັນ

2020-09-28 16:17:33 |ມາຈາກ: Yunnan Gateway

ບຸນໄຫວ້ພະຈັນ ແລະ ວັນຊາດຈີນໃກ້ຈະມາຮອດແລ້ວ, ພະນັກງານຂອງສວນສັດປ່າຢຸນນານໄດ້ກະກຽມ ອາຫານຮູບວົງມົນຢ່າງຕັ້ງໃຈເຊັ່ນ ໝາກອຶນ້ອຍ, ໝາກມັນຫໍ້, ໝາກໂມ, ໝາກພິລາ, ໝາກໂປມ, ໝາກພ້າວ ແລະ ອາຫານອື່ນໆ, ເຊິ່ງມີຄວາມໝາຍວ່າ ຄວາມສາມັກຄີ, ເປັນການຕ້ອນຮັບວັນຊາດຈີນ ແລະ ບຸນໄຫວ້ພະຈັນທີ່ມີຄວາມສຸກ ແລະ ຄວາມມ່ວນຊື່ນ.

ອີງຕາມຂໍ້ມູນຂ່າວສານ, ບຸນໄຫວ້ພະຈັນໃນແຕ່ລະປີ, ພະນັກງານຂອງສວນສັດປ່າຢຸນນານກໍຈະກະກຽມ ອາຫານຫວ່າງ "ເຂົ້າໜົມໄຫວ້ພະຈັນ" ຢ່າງຕັ້ງໃຈ ໂດຍອີງຕາມ ອາຫານມັກຂອງສັດແຕ່ລະຊະນິດໃນສວນ, ແລະ ຮ່ວມສະເຫຼີມສະຫຼອງວັນບຸນກັບນັກທ່ອງທ່ຽວ.