ມາຮູ້ຈັກກາເຟຢຸນນານ

2020-10-16 13:52:15 |ມາຈາກ: Yunnan Gateway

ກາເຟຢຸນນານມີຄຸນນະພາບດີ, ແລະ ມີເນື້ອທີ່ການປູກທີ່ກ້ວາງໃຫຍ່, ແຕ່ວ່າ ຄົນທີ່ ຮູ້ຈັກມີບໍ່ຫຼາຍ. ຫຼາຍຄົນ ຈະຖາມດ້ວຍຄວາມປະຫຼາດໃຈວ່າ: "ຢູ່ແຂວງຢຸນນານ ມີກາເຟນຳບໍ? "

ການປູກກາເຟໃນແຂວງຢຸນນານໄດ້ເລີ່ມຕົ້ນຂຶ້ນໃນປີ 1904, ແລະການປູກຂະໜາດໃຫຍ່ເລີ່ມຕົ້ນໃນປະມານປີ 1950. ປັດຈຸບັນນີ້, ເມືອງພູເອີ ແຂວງຢຸນນານ ໄດ້ກາຍເປັນເຂດຜະລິດກາເຟຕົ້ນຕໍທີ່ມີເນື້ອທີ່ປູກກາເຟທີ່ໃຫຍ່ທີ່ສຸດ, ຜົນຜະລິດສູງທີ່ສຸດ ແລະ ມີຄຸນນະພາບດີທີ່ສຸດໃນປະເທດຈີນ.

ກາເຟແມ່ນໜຶ່ງໃນ “ຂະແໜງການກະສິກຳທັນສະໄໝທີ່ມີລັກສະນະພິເສດພູພຽງ” ຢູ່ແຂວງຢຸນນານ, ການສົ່ງອອກຂອງມັນແມ່ນເປັນຮອງພຽງແຕ່ ຜັກ ແລະ ຢາສູບ,ຜະລິດຕະພັນກາເຟເຊັ່ນເມັດກາເຟ, ຜົງກາເຟ ແລະ ອື່ນໆສ່ວນໃຫຍ່ແມ່ນຈຳໜ່າຍໃຫ້ບໍລິສັດ ເຊັ່ນ: ເນສເລ່ (Nestlé) , ສະຕາບັກສ໌(Starbucks) ເປັນຕົ້ນ.

ສະນັ້ນ, ທ່ານເຄີຍດື່ມກາເຟຢຸນນານບໍ? ຫລືມີກາເຟຢູ່ບ້ານເກີດຂອງທ່ານທີ່ຢາກແນະນຳໃຫ້ພວກເຮົາບໍ? ມາບອກໃຫ້ພວກເຮົາຮູ້ນຳແດ່ເດີ.