ສະມາຄົມຂິມຈື້ເຕີ,ເຮັດໃຫ້ຂິມບູຮານມີຄວາມໜ້າສົມໃຈຍິ່ງຂື້ນ

2020-11-04 15:47:35 |ມາຈາກ: Yunnan Gateway

ເດືອນມໆມານີ້, ວົງດົນຕີຈີນບູຮານທີ່ມີຊື່ວາ “ສະມາຄົມຂິມຈື້ເຕີ” (Zide,ໝາຍເຖິງອອນຊອນໃຈ) ໄດໂດງດັງໄປທົ່ວທັງພາຍໃນ ແລະ ຕາງປະເທດ. ນີ້ແມນສະມາຄົມຂິມບູຮານ(ເຄື່ອງດົນຕີຈີນພື້ນເມືອງປະເພດມີສາຍດີດ, ມີປະຫວັດສາດຫຼາຍກວາ 3000 ປີ) ທີ່ປະກອບດວຍສະມາຊິກໄວໜຸມຊາວກວາຄົນທີ່ມີອາຍຸ 20 ປີ, 30 ປີ. ພວກເຂົາຖາຍວິດີໂອສັ້ນກຽວກັບດົນຕີຈີນບູຮານເປັນສະເພາະ ແລະ ເຜີຍແຜດົນຕີບູຮານຈີນ.

ຢູໃນເວັບໄຊຢູທູບ(Youtube), ເທິງໜາຫຼັກຂອງສະມາຄົມຂິມຈື້ເຕີ ເພງບູຮານສະບັບປັບປຸງທີ່ມີຊື່ວາ “ມືຊາຍຊີ້ພະຈັນ” ທີ່ມີປະລິມານການຮັບຊົມຫລື ຍອດວິວສູງຫລາຍກວາ 13 ລານຄັ້ງ,“ບົດເພງເພີ້ຝັນສິບສອງຍາມທີ່ເມືອງສາງອັນ”(Chang’an) “ບົດເພງ ໂດເຣມອນ” (Doraemon) ແລະ ບົດເພງບູຮານສະບັບປັບປຸງເພງອື່ນນັ້ນ ກໍມີຍອດການຮັບຊົມທະລຸລານຄັ້ງ. ທານ ຖາງປິ່ນ (Tang Bin) ຜູອຳນວຍການຝາຍສິລະປະ, ຜູກຕັ້ງສະມາຄົມຂິມຈື້ເຕີ ກາວວາ: “ຫວັງວາຂິມບູຮານທີ່ຢູໃນມືຂອງພວກເຮົາ ມີຄວາມປຽນແປງທີ່ໜາສົນໃຈຍິ່ງຂຶ້ນ, ມີຊີວິດຊີວາຍິ່ງຂຶ້ນ ແລະ ມີພະລັງຫາວຫັນຍິ່ງຂຶ້ນ.”

ປຽບເໝືອນຄົນໃນຮູບແຕມຂອງສະໄໝບູຮານກຳລັງບັນເລງເພງ

ຮູບແບບຊດວິດີໂອທີ່ ສະມາຄົມຂິມຈ້ືເຕີ ນຳສະເໜີນັ້ນ ມີຮູບແບບລັກສະນະບູຮານ. ໃນສາກຫຼັງສີເຫຼືອງອອນ, ຜູບັນເລງຈັດລຽນກັນແບບສັບສົນປົນເປ, ມີຜູນັ່ງມີຜູຢືນ, ຄາຍຄືກັບນັກດົນຕີໃນພະລາຊະວັງທີ່ຢູໃນຮູບແຕມບູຮານຂອງຈີນ. ເທິງຮາງກາຍຂອງພວກເຂົາແມນໃສເສື້ອຜາແບບຢອນຄືນຫຼັງຍອນຍຸກຂອງຍຸກສະໃຫມບູຮານຈີນ, ຫວີຜົມເປັນມວຍຜົມແບບດັ້ງເດີມ, ບາງຄົນຍັງຄົງໃຊວິທີຈັບຂິມຄືກັບຮູບແຕມບູຮານທີ່ເລືອນລາງ.ໃນມານສາກເບື້ອງຫຼັງຍັງມີໄຟໃນພະລາຊະວັງ ແລະ ເຄື່ອງປະດັບເອຢອງອື່ນໆ, ຊາວເນັດໄດຍົກຍອງວາ “ງາມຄືຮູບແຕມ”ພາຍຫຼັງທີ່ໂດງດັງຂຶ້ນມາ, ທານ ຖາງປິ່ນ ເວົ້າຢາງກົງໄປກົງມາວາ, ໃນຕອນທຳອິດພວກເຂົາກໍຄິດບເຖິງຄືກັນວາ ວິດີໂອຊດນີ້ຈະດັງແບບນີ້, ສະມາຊິກຂອງສະມາຄົມຂິມທັງໝົດລວນແຕອາໄສຄວາມມັກຮັກ, ປະດິດສາງສັນດວຍຕົນເອງ, ປັບປຸງດັດແກ, ບັນເລງເພງທັງຖາຍວິດີໂອ. ທານ ຖາງປິ່ນ ເວົ້າວາ“ທຳອິດພວກເຮົາໄດຖາຍສາກຫຼັງທີ່ເປັນສີຂາວ, ເບິ່ງແລວກໍຄິດວາຍັງບດີປານໃດ, ຈຶ່ງໄດປຽນມາເປັນສີເຫຼືອງອອນຄືໃນປັດຈຸບັນ, ມາບວກໃສກັບລາຍເສັ້ນອີກໜອຍໜຶ່ງ, ກໍເບິ່ງຄືກັບຮູບບູຮານແລວ.”

ໝູເພື່ອນຊາວເນັດພາກັນເດົາວາ, ວິດີໂອເຫຼົ່ານີ້ແມນກຳລັງຮຽນແບບຮູບແຕມ ແລະ ຮູບແຕມແຂວນຝາຊື່ດັງໃນສະໄໝລາຊະວົງຖາງ (ຄ.ສ 618 - ຄ.ສ 907), ທານ ຖາງປິ່ນ ເວົ້າວາ ພວກເຂົາກໍບໄດຕັ້ງໃຈໃນການຮຽນແບບປານນັ້ນ. “ການອີງໃສຮູບບູຮານມາສະແດງທັງໝົດນັ້ນ, ການເລືອກເຄື່ອງດົນຕີແມນມີຂໍ້ຈຳກັດ, ການຈັດວາງແບບໃນຮູບ ແລະ ເຄື່ອງເຮືອນເຟີນີເຈີພວກເຮົາກໍບມີ, ແຕວາເຄື່ອງນຸງພວກເຮົາແມນບູຮານຍອນຍຸກທັງໝົດ, ວິດີໂອໜຶ່ງສະແດງເຖິງຍຸກສະໄໝລາຊະວົງໜຶ່ງ” ເພິ່ນແນະນຳວາ ສະມາຄົມຂິມໄດຮວມມື ກັບ ຄະນະຄົ້ນຄວາເຄື່ອງນຸງບູຮານຈີນຄະນະໜຶ່ງໂດຍສະເພາະ, ຮູບແບບ ແລະ ສີສັນລວດລາຍຂອງເຄື່ອງນຸງລວນແຕມີທີ່ໄປທີ່ມາຢາງຮອບຄອບ, ດວຍເຫດນັ້ນ ຜົນທີ່ໄດຮັບທາງວິໄສທັດແມນມີການປະສານກັນເປັນຢາງດີທີ່ສຸດ.

ທານ ຖາງປິ່ນ ເວົ້າວາ “ແທຈິງແລວ ໃນການຖາຍວິດີໂອເອງ ກໍບໄດມີຄວາມສັບສົນ, ພວກເຮົາບໄດຖາຍມູມກອງດຽວໃຫກັບທຸກເຄື່ອງດົນຕີເມື່ອເວລາບັນເລງດຽວ, ແຕວາແມນການຖາຍມຸມກອງດຽວທັງໝົດ, ບາງເທື່ອກໍແມນຍອນແນວນີ້ທີ່ເຮັດໃຫປາກົດຜົນອອກມາຢາງມີເອກະລັກຄືກັບຮູບບູຮານ.” “ການຖາຍວິດີໂອໃຊເວລາໜຶ່ງມື້ສອງມື້ ກໍສາມາດສຳເລັດແລວ, ໃນຄວາມເປັນຈິງແລວ ສິ່ງທີ່ເຮັດໃຫເສຍເວລາທີ່ສຸດກໍແມນການປະພັນເພງ ແລະ ປັບປຸງເພງໃນໄລຍະກອນໜາ, ຖາວາໃຊເວລາສັ້ນກໍແມນສິບຊາວມື້, ຫຼາຍແນກໍແມນໃຊເວລາສອງສາມເດືອນ.”

ເທຄວາມມີຊີວິດຊີວາເຂົ້າວັດທະນະທຳດັ້ງເດີມ

“ເມື່ອເວົ້າເຖິງຂິມບູຮານ, ຄຳສັບທຳອິດທີ່ຫຼາຍຄົນຄາດຄິດເຖິງນັ້ນກໍຄົງແມນຄວາມໂດດດຽວ ຫຼື ຄວາມເຫງົາ, ເບິ່ງຄືວາພວກຄົນທີ່ດີດຂິມບູຮານເຫຼົ່ານີ້ຄວນຈະແຍກໂຕຫາງຈາກໂລກ, ສົ່ງຄວາມຮູສຶກໄປກັບພູຜາສາຍນ້ຳມວນຊື່ນກັບຕົນເອງ.

ແທຈິງແລວ ມີຄົນໄວໜຸມຂອງຈີນຈຳນວນຫຼາຍໄດພະຍາຍາມຢາງສຸດຄວາມສາມາດເພື່ອຂິມບູຮານໃນຍຸກປັດຈຸບັນທີ່ມີການພັດທະນາຢາງໃຫຍຫຼວງ.” ທານ ຖາງປິ່ນ ເວົ້າວາ, ຕົນເອງຄົ້ນຄວາຂິມບູຮານມາໄດສິບກວາປີແລວ, ປີກາຍນີ້ລາວໄດເລີ່ມເຊີນເພື່ອນຮວມອາຊີບ ແລະ “ການຊວຍເຫຼືອຈາກພາຍນອກ” —— ເພື່ອທົດລອງປະສົມປະສານເຄື່ອງດົນຕີພື້ນເມືອງດັ້ງເດີມ ແລະ ເຄື່ອງນຸງບູຮານ, ເອົາເພງປະກອບຮູບເງົາໂທລະພາບ ແລະ ເກມ ກັບ ເພງທີ່ເປັນທີ່ນິຍົມອື່ນໆ ມາປັບປຸງເປັນດົນຕີແບບບູຮານ, ພາຍຫຼັງບັນທຶກວິດີໂອການສະແດງແລວກໍອັບໂຫຼດ (upload) ລົງເນັດ.

ວິດີໂອສັ້ນດົນຕີບູຮານເພງທຳອິດຂອງ ສະມາຄົມຂິມຈື້ເຕີ ໄດບັນທຶກມີຊື່ວາ “ພາສານົກໃນພູອັນເປົ່າຫວາງ” ໄດໂດງດັງຂຶ້ນມາຢາງໄວວາ, “ບົດເພງເພີ້ຝັນສິບສອງຍາມທີ່ສາງອັ່ນ” ຍິ່ງໄດເຮັດໃຫ ທານ ຈາວລຽງສີ (Zhao Liangqi) ກປະພັນ
ເພງຂອງຈີນອຸທານດວຍຄວາມຊື່ນຊົມ, ເຮັດໃຫທານ ມາໂປຢົງ(Ma Boyong) ນັກຂຽນນິຍາຍ ຍອງຍໍວາ “ມວນແທໆ, ບັນຍາກາດກໍເຕັມປຽມ...” ປັດຈຸບັນ, ແຟນໆ (Fans) ຈຳນວນບ ໜອຍໄດມີການສົນທະນາໃນບອນສະແດງຄຳຄິດເຫັນວາມໆ
ນີ້ມີບົດເພງໃດແດທີ່ຟັງມວນ, ຫວັງວາຈະໄດຟັງສະບັບປະພັນຄູ ກັບ ດົນຕີພື້ນເມືອງ ແລະ ການບັນເລງຂິມບູຮານ; ຂໍພຽງແຕວາລາຍການເພງມີຄວາມເໝາະສົມ, ທາງກຸມກໍຈະພິຈາລະນາການປັບປຸງດັດແກຕບົດເພງນັ້ນ.

“ຄົນໄວໜຸມມັກການປະດິດສາງໃໝ, ແຕບແມນການປະຖິ້ມສິ່ງເກົ່າໆເຫຼົ່ານັ້ນ. ໃຊວິທີເກົ່າຮວມກັບການເຮັດສິ່ງໃໝໃຫດີ, ກໍແມນການເຜີຍແຜ ແລະ ຖາຍທອດສືບສານເຄື່ອງດົນຕີພື້ນເມືອງຈີນ ແລະ ວັດທະນະທຳທີ່ດີທີ່ສຸດ.” ທານ ຖາງປິ່ນ
ກາວວາ, ລາວມີຄວາມຫວັງເປັນພິເສດວາ ຜານຄວາມຮອນແຮງຂອງວິດີໂອສັ້ນ, ຈະນຳພາຜູຊົມລຶ້ງເຄີຍ ກັບ ຂິມບູຮານເຄື່ອງດົນຕີທີ່ຂ້ອນຂາງ “ສູງສັກ ແລະ ເຢືອກເຢັນ” ນີ້: ເນື່ອງຈາກວາທວງທຳນອງຂອງເຄື່ອງດົນຕີ, ລາຍການບົດເພງທີ່ອຳມະຕະ, ການສະແດງອອກຂອງຫົວຂໍ້ຕົ້ນຕໍ ກັບ ຄົນຈີນໃນຍຸກສະໄໝປັດຈຸບັນຂອນຂາງທີ່ຈະມີໄລຍະຫາງ, ຄົນຈຳນວນບໜອຍຄິດວາຂິມບູຮານມີຄວາມຄຸມເຄືອ ແລະ ເຂົ້າໃຈຍາກ. ຖາຫາກວາປະຊາຊົນມັກຮັກທຳນອງແບບຍຸກສະໄໝປັດຈຸບັນ
ທີ່ບັນເລງໂດຍຂິມບູຮານແລວ, ເມື່ອໄປຟັງລາຍການບົດເພງອຳມະຕະຂອງສະໄໝກອນນັ້ນ, ເຂົາຈະມີຄວາມລຶ້ງເຄີຍ ແລະ ເຂົ້າໃຈເພີ່ມຂຶ້ນອີກສວນໜຶ່ງ.