ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງຢຸນນານສະແດງໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ

2020-11-11 10:28:28 |ມາຈາກ: Yunnan Gateway

ວັນທີ 9 ພະຈິກ, ງານສະແດງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸແຂວງຢຸນນານໄດ້ຈັດຂຶ້ນຢູ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ3, ໄດ້ດຶງດູດຊາວເມືອງຢ່າງຫຼວງຫຼາຍມາຊົມເບິ່ງ. ຜູ້ຊົມຢູ່ສະຖານທີ່ກ່າວວ່າ, ວັດທະນະທຳຢຸນນານມີລັກສະນະພິເສດຊົນເຜົ່າ,ໂດຍຜ່ານການສະແດງໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ໄດ້ໂຄສະນາເຜີຍແຜ່ຄວາມຫຼາກຫຼາຍຂອງວັດທະນະທຳປະເທດຈີນ.ພ້ອມດຽວກັນກັບການສະແດງ, ແຂວງຢຸນນານຍັງໄດ້ຈັດຕັ້ງໂຄງການມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸແຂວງຢຸນນານ ແລະ ວິສາຫະກິດວັດທະນະທຳ, ເພື່ອປະກົດຕົວຢູ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໂດຍຜ່ານການສະແດງຮູບພາບ ກັບ ວັດຖຸແລະ ການສຳຜັດປະສົບການຢູ່ສະຖານທີ່ຕົວຈິງ.