ນ້ຳສົ້ມໝາກໄມ້ແຊບຂອງເຂດຈ່ຽງຊວງເມືອງຢີຊີ

2020-11-16 18:44:45 |ມາຈາກ: Yunnan Gateway

ຢູ່ເຂດຈ່ຽງຊວງ ເມືອງຢີຊີ ແຂວງຢຸນນານມີເຕັກນິກການຜະລິດນ້ຳສົ້ມທີ່ສືບທອດກັນມາ, ນຳໃຊ້ເຕັກນິກນີ້ຜະລິດນ້ຳສົ້ມໝາກໄມ້ບໍ່ພຽງແຕ່ເຮັດໃຫ້ເປັນເຄື່ອງປຸງທີ່ແຊບ, ແຕ່ຍັງເປັນເຄື່ອງດື່ມທີ່ຊາວທ້ອງຖິ່ນມັກອີກດ້ວຍ.


ໃນການຜະລິດນ້ຳສົ້ມໝາກໄມ້ ຄົນຈ່ຽງຊວງມັກໃຊ້ໝາກໄມ້ທີ່ປູກຢູ່ໃນທ້ອງຖິ່ນເຊັ່ນ ຫມາກໂປມ, ໝາກຈອງ, ໝາກນັດ ແລະອື່ນໆ. ໝາກໄມ້ 1000 ກິໂລສາມາດຜະລິດນ້ຳສົ້ມໝາກໄມ້ໄດ້ 200-300 ກິໂລ.ວົງຈອນການຜະລິດນ້ຳສົ້ມໝາກໄມ້ຢ່າງໜ້ອຍໃຊ້ເວລາ 8 ເດືອນ, ມັນຕ້ອງຜ່ານ 8 ຂັ້ນຕອນ ທີ່ລວມທັງການເກັບໝາກໄມ້, ຈັດຮຽງ, ລ້າງ, ຕາກແຫ້ງ ແລະ ອື່ນໆ, ແລະ ຂັ້ນຕອນການໝັກຊີວະ 3 ຊະນິດ, ນ້ຳສົ້ມໝາກໄມ້ທີ່ເຮັດແລ້ວເກັບຮັກສາໄວ້ 1 ປີ, ຈະມີລົດຊາດທີ່ດີກວ່າ.