ການສະແດງເຮືອບິນບໍ່ມີຄົນຂັບໃນທ້ອງຟ້າຕອນກາງຄືນຂອງຄຸນໝິງ

2020-11-25 15:32:38 |ມາຈາກ: Yunnan Gateway

ໃນຕອນກາງຄືນຂອງວັນທີ 20 ພະຈິກ, ການສະແດງເຮືອບິນບໍ່ມີຄົນຂັບ (ໂດຣນ) ໄດ້ປະກົດໃນທ້ອງຟ້າຕອນກາງຄືນຂອງເມືອງຄຸນໝິງ,ການປ່ຽນແປງຂອງແສງໄຟໄດ້ດຶງດູດໃຫ້ນັກທ່ອງທ່ຽວ ຢຸດເຊົາເພື່ອເບິ່ງຊົມ.ອີງຕາມຂໍ້ມູນຂ່າວສານ,ການສະແດງນີ້ ແມ່ນກິດຈະກຳໜຶ່ງຂອງຄຸນໝິງເພື່ອຕ້ອນຮັບກອງປະຊຸມພາຄີສົນທິສັນຍາຊີວະນາໆພັນຄັ້ງທີ 15 (The fifteenth meeting of the Parties to the Convention on Biological Diversity), ມີ ເຮືອບິນບໍ່ມີຄົນຂັບ 200 ລຳທີ່ໄດ້ຖືກນໍາໃຊ້ເຂົ້າໃນການສະແດງນີ້.