ຫ້ອງນ້ຳທີ່ມີຮູບຊົງເປັນເອກະລັກ ແລະ ສະອາດຖືກສຸຂະອະນາໄມ

2020-12-01 09:38:53 |ມາຈາກ: Yunnan Gateway

ນັບແຕ່ປີ 2015 ເປັນຕົ້ນມາ, ປະເທດຈີນໄດ້ເລີ່ມຕົ້ນ "ການປະຕິວັດຫ້ອງນ້ຳ" ໃນທົ່ວປະເທດ, ສຳລັບຫ້ອງນ້ຳທີ່ຕັ້ງຢູ່ ຕົວເມືອງ ແລະ ຊົນນະບົດ ແລະ ເຂດທ່ອງທ່ຽວ ໄດ້ດຳເນີນການຍົກລະດັບ ແລະ ປັບປຸງ.

ຢູ່ເມືອງປົກຄອງຕົນເອງເຜົ່າຢີຢາງປີ ກິ່ງແຂວງປົກຄອງຕົນເອງເຜົ່າປາຍ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງແຂວງຢຸນນານ, ເພື່ອເຮັດໃຫ້ຫ້ອງນ້ຳທັງມີຄວາມງາມ ແລະ ນຳໃຊ້ໄດ້ຈິງ, ໄດ້ສ້າງຫ້ອງນ້ຳທີ່ມີຮູບແບບເອກະລັກຕ່າງໆຢູ່ທ້ອງຖິ່ນ.

ຫ້ອງນ້ຳເຫຼົ່ານີ້ບໍ່ພຽງແຕ່ມີຮູບຊົງທີ່ແຕກຕ່າງກັນ, ຍັງມີຄວາມອັດສະລິຍະ. ນັກທ່ອງທ່ຽວສາມາດຊອກຫາບ່ອນໄປ ຫ້ອງນໍ້າທີ່ໃກ້ທີ່ສຸດ ຜ່ານໂທລະສັບມືຖື, ແລະຍັງສາມາດຮູ້ເຖິງອຸນຫະພູມ, ລະດັບຄວາມຊຸ່ມຊື່ນ ແລະ ຄຸນນະພາບອາກາດຂອງຫ້ອງນ້ຳ.



ພາຍໃນຫ້ອງນ້ຳມີການຕິດຕັ້ງອຸປະກອນອັດສະລິຍະ, ແລະ ມີຄົນ ຮັບຜິດຊອບອະນາໄມໂດຍສະເພາະ, ແລະ ມີການອະນາໄມທຸກສອງຊົ່ວໂມງ.

ນອກຈາກຫ້ອງນ້ຳຍິງ ແລະ ຊາຍແລ້ວ, ຍັງມີຫ້ອງນ້ຳສະເພາະໃຫ້ແກ່ຄົນພິການ, ເດັກນ້ອຍ, ຄົນຖືພາ ແລະ ຜູ້ເຖົ້າ.

ປະຈຸບັນ, ຫ້ອງນ້ຳທີ່ມີເອກະລັກເຫຼົ່ານີ້ເຮັດໃຫ້ນັກທ່ອງທ່ຽວ ໄດ້ສຳຜັດເຖິງຄວາມແຕກຕ່າງ ໃນລະຫວ່າງການທ່ອງທ່ຽວ.