ກິນອາຫານທະເລສົດແບບບໍ່ຢຸດ! ຮ້ານເຫີມ້າຊຽນເຊິງຮ້ານທີ 5 ໃນຄຸນໝິງໄດ້ເປີດຂຶ້ນແລ້ວ

2020-12-02 17:30:07 |ມາຈາກ: Yunnan Gateway

ວັນທີ 27 ພະຈິກ, ເຫີມ້າຊຽນເຊິງ (ບໍລິສັດຈຳໜ່າຍອາຫານສົດຂອງ Alibaba, ເຊິ່ງມີຮ້ານທາງອິນເຕີເນັດ ແລະ ຮ້ານຕົວຈິງ) ຮ້ານທີ 5 ໄດ້ເປີດຂຶ້ນຢູ່ຄຸນໝິງ. ຢູ່ນີ້ນັບຕັ້ງແຕ່ບັນຍາກາດໄປຈົນເຖິງສິນຄ້າກໍໄດ້ສະແດງເຖິງຄວາມເປັນ "ຮູບແບບຢຸນນານ" ອອກມາຢ່າງໜາແໜ້ນ, ບໍ່ພຽງແຕ່ມີການຕົກແຕ່ງດ້ວຍຫົວຂໍ້ "ຖະໜົນຊາມ້າບູຮານ", ແຕ່ຍັງມີຜະລິດຕະພັນພິເສດຂອງທ້ອງຖິ່ນແຂວງຢຸນນານອີກດ້ວຍ. ແຕ່ສິ່ງທີ່ໜ້າສົນໃຈທີ່ສຸດຢູ່ນີ້ແມ່ນອາຫານທະເລສົດຫຼາກຫຼາຍຊະນິດ, ໄປເບິ່ງນຳກັນເລີຍ!