ມີເມກເຝື້ອ “ຟ້ອນລຳ” ຢູ່ເທິງທ້ອງຟ້າ

2020-12-23 09:33:04 |ມາຈາກ: Yunnan Gateway

ເມື່ອຮອດລະດູໜາວ, ເມກເຝື້ອຂອງແຂວງຢຸນນານມີຄວາມງົດງາມ ແລະມີການປ່ຽນຮູບປ່ຽນຊົງ, ໃນເວລາມີເມກເຝື້ອສີຂາວບໍລິສຸດ ເບິ່ງໄປແລ້ວແມ່ນຄ້າຍຄືປາໂຕໜຶ່ງ, ແຕ່ບາງຄັ້ງກໍ່ຄ້າຍຄືດອກໄມ້ດອກໜຶ່ງ. ທຸກໆມື້, ເມກເຝື້ອຂອງແຂວງຢຸນນານ ນຳເອົາຄວາມແປກຕາແປກໃຈຕ່າງໆ ມາສູ່ພວກເຮົາ.

ເປັນຫຍັງເມກເຝື້ອຂອງຢຸນນານ ຈຶ່ງງົດງາມຫຼາຍຄືແນວນັ້ນ? ດິນແດນແຂວງຢຸນນານ ຕັ້ງຢູ່ພູພຽງຢຸນນານ-ກຸ້ຍໂຈວ, ລະດັບໜ້ານໍ້າທະເລສູງ, ແລະພູຜາທີ່ຢູ່ອ້ອມຮອບນັ້ນ ສ່ວນໃຫຍ່ແມ່ນສູງກວ່າລະດັບນໍ້າທະເລ 3000 ກ່ວາແມັດ. ບວກໃສ່ກັບດິນຟ້າອາກາດປ່າໄມ້ຝົນແຖບຮ້ອນ, ພືດພັນຢູ່ເທິງພູໄດ້ຮັບການປົກປ້ອງເປັນຢ່າງດີ, ເມື່ອລະດູໜາວມາເຖິງ ເຮັດໃຫ້ເກີດມີອາຍນໍ້າລອຍຂຶ້ນມາ, ເກີດມີເມກເຝື້ອແລະນ້ຳໝອກ, ສະນັ້ນ ຈຶ່ງເກີດມີເມກເຝື້ອລອຍກ້ຽວໄປຕາມພູຜາເກີດມີທິວທັດເມກມອກປົກຄຸມໄປທົ່ວພູ-ຫຼືເອີ້ນວ່າທະເລມອກເທິງພູຜາ.