ສັງເກດການຂອງວາລະສານຈຳປາ丨ຮ່ວມສຸກຮ່ວມທຸກ, ເຝົ້າລະວັງ ແລະ ຊ່ວຍເຫຼືອກັນ, ຮ່ວມກັນສ້າງ ຄູ່ຮ່ວມຊາຕາກຳລາວ-ຈີນ

2020-01-03 15:05:19 |ມາຈາກ: ວາລະສານຈຳປາ

ສອງປະເທດລາວ-ຈີນມີແມ່ນໍ້າພູຜາຕິດຈອດກັນ, ມິດຕະພາບລະຫວ່າງປະຊາຊົນສອງຊາດມີມາແຕ່ດົນນານ, ມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ ສືບເນື່ອງມາຢ່າງຍາວນານ, ເຊິ່ງເປັນແບບຢ່າງທີ່ດີຂອງການພົວພັນລະຫວ່າງປະເທດ ແລະ ການພັດທະນາສັນຕິພາບໃນພາກພື້ນ. ປີ 2000, ລາວຈີນ ໄດ້ກໍານົດທິດທາງນະໂຍບາຍ “ໝັ້ນຄົງຍາວນານ, ເປັນເພື່ອນບ້ານທີ່ດີ, ມີຄວາມເຊື່ອໝັ້ນກັນ, ຮ່ວມມືຮອບດ້ານ”, ປີ 2009, ສາຍພົວພັນລະຫວ່າງສອງປະເທດ ໄດ້ຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ເດືອນກັນຍາ ປີ 2013, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ ໄດ້ພົບປະກັບທ່ານ ຈູມມະລີ ໄຊຍະສອນ ທີ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ແລະໄດ້ມາຢ້ຽມຢາມລັດຖະກິດຢູ່ ສປຈີນ ໃນເວລານັ້ນ, ໄດ້ເລີ່ມຕົ້ນສະເໜີວ່າ “ສາຍພົວພັນສອງປະເທດລາວ - ຈີນ ບໍ່ແມ່ນການພົວພັນສອງຝ່າຍທີ່ມີຄວາມໝາຍແບບທໍາມະດາ, ແຕ່ມັນແມ່ນຄູ່ຮ່ວມຊາຕາກໍາທີ່ມີຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ”. ເດືອນພຶດສະພາ ປີ 2016, ໃນໄລຍະທີ່ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ້ຽມຢາມມິດຕະພາບຢ່າງເປັນທາງການຕໍ່ ສປຈີນ ນັ້ນ, ສອງຝ່າຍໄດ້ອອກຖະແຫລງການຮ່ວມຄັ້ງທໍາອິດວ່າປະເທດລາວ - ຈີນ “ເປັນຄູ່ຮ່ວມຊາຕາກໍາທີ່ມີຄວາມໝາຍທາງຍຸດທະສາດ”. ເດືອນ ພະຈິກ ປີ 2017, ພາຍຫຼັງສິ້ນສຸດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19, ທ່ານ ສີຈິ້ນຜິງ ໄດ້ເລືອກເອົາປະເທດລາວເປັນປະເທດທໍາອິດຂອງການຢ້ຽມຢາມທາງລັດຖະກິດທີ່ຕ່າງປະເທດ, ໃນເວລາພົບປະກັນຂອງຜູ້ນໍາຂັ້ນສູງສອງພັກສອງປະເທດນັ້ນ ກໍ່ໄດ້ຢືນຢັນຄືນຄວາມຮັບຮູ້ທີ່ເປັນເອກະພາບກັນນີ້ອີກຄັ້ງໜຶ່ງ, ເພື່ອເປັນແຮງຂັບເຄື່ອນທີ່ແຂງແຮງເຂົ້າໃນການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ. ເດືອນພຶດສະພາ ປີ 2018, ໃນໄລຍະທີ່ ທ່ານ ບຸນຍັງ ວໍລະຈິດ ຢ້ຽມຢາມປະເທດຈີນນັ້ນ, ຜູ້ນໍາຂັ້ນສູງຂອງສອງພັກສອງລັດໄດ້ຕັດສິນໃຈຮ່ວມກັນໃນການເລີ່ມຕົ້ນກໍານົດ “ແຜນແມ່ບົດວ່າດ້ວຍໃນການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ”, ຜັກດັນກໍ່ສ້າງຄູ່ຮ່ວມຊາຕາກໍາລາວ - ຈີນໃຫ້ດໍາເນີນໄປຢ່າງເລິກເຊິ່ງ ແລະມີໝາກຜົນ.

ຮ່ວມກັນກໍ່ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ, ແນວຄິດແຫ່ງພູມປັນຍາຂອງຊີກໂລກຕາເວັນອອກທີ່ເປັນປຶກແຜ່ນອັນນີ້ ສະແດງອອກເຖິງຄວາມມຸ້ງຫວັງອັນໝັ້ນແກ່ນ ທີ່ຈີນຈະຈັບມືກັບບັນດາປະເທດໃນໂລກເພື່ອພ້ອມກັນສູ້ຊົນ, ເຊິ່ງໄດ້ບັນລຸຄໍາໝັ້ນສັນຍາອັນເຄັ່ງຂຶມອັນຊົງກຽດຂອງພັກກອມມູນິດຈີນທີ່ວ່າ “ສູ້ຊົນເພື່ອພາລະກິດແຫ່ງຄວາມກ້າວໜ້າຂອງມວນມະນຸດ”. ມະນຸດທຸກຄົນເປັນຍາດພີ່ນ້ອງດຽວກັນ ດັ່ງຄໍາວ່າ: “ມະນຸດຊາດກໍແມ່ນເພື່ອນຮ່ວມໂລກດຽວກັນ, ຊັບພະສິ່ງກໍແມ່ນປະເພດດຽວກັນ”, ທັງນີ້ກໍ່ເພື່ອສະໜອງເວທີແຫ່ງຄວາມສະເໝີພາບ, ຄວາມຍຸຕິທໍາ ແລະ ທ່ຽງທໍາໃຫ້ແກ່ການກໍ່ສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດ. ມວນມະນຸດແມ່ນໂຄງສ້າງລວມອັນໜຶ່ງທີ່ເຊື່ອມໂຍງກັນດ້ວຍປັດໄຈເຫດແລະຜົນ ແລະ ເພິ່ງພາອາໄສກັນ. ໜ່ວຍໂລກນີ້ແມ່ນບ້ານເຮືອນອັນໜຶ່ງດຽວຂອງມວນມະນຸດພວກເຮົາ, ການດຳລົງຊີວິດຢູ່ຮ່ວມກັນນັ້ນແມ່ນທາງເລືອກທີ່ສະຫຼາດໜຶ່ງດຽວຂອງມວນມະນຸດພວກເຮົາ.

ວັນທີ 23 ກໍລະກົດ ປີ 2017, ເຂື່ອນ ໄຟຟ້າເຊປຽນ - ເຊນໍ້ານ້ອຍຢູ່ແຂວງອັດຕະປືພາກໃຕ້ຂອງລາວແຕກ, ນໍ້າໄດ້ໄຫຼທະລຸເຂົ້າສູ່ 13 ບ້ານຂອງເມືອງສະໜາມໄຊ. ໃນນັ້ນ, 6 ບ້ານ ຖືວ່າເປັນຜູ້ປະສົບໄພທີ່ຮ້າຍແຮງ, ມີຫຼາຍພັນຄົນຂາດທີ່ຢູ່ອາໄສ. ສະພາບໄພພິບັດສົ່ງຜົນກະທົບທາງດ້ານຈິດໃຈຕໍ່ປະຊາຊົນສອງຊາດລາວ - ຈີນ, ທິມງານແພດກອງທັບປົດປ່ອຍປະຊາຊົນຈີນທີ່ເປັນທິມງານແພດປ້ອງກັນໂລກລະບາດ ແລະ ກໍາລັງຊ່ວຍເຫຼືອພົນລະເຮືອນຊາວຈີນຈໍານວນຫຼາຍດໍາເນີນພາລະກິດຝຶກຊ້ອມຮ່ວມກັນເພື່ອຊ່ວຍເຫຼືອມະນຸດສະທໍາ “ຂະບວນລົດສັນຕິພາບ - 2018” ຢູ່ທີ່ນະຄອນຫຼວງວຽງນັ້ນ ກໍ່ໄດ້ຖືກສົ່ງໄປຊ່ວຍກູ້ໄພພາກສະໜາມຢ່າງທັນເວລາ, ຊາວຈີນພົ້ນທະເລຢູ່ລາວ ແລະ ວິສາຫະກິດຈີນໃນລາວ ກໍ່ໄດ້ປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸອຸປະກອນຕ່າງໆ ເພື່ອສະໜອງການບໍລິການໃຫ້ແກ່ປະຊາຊົນໃນເຂດໄພພິບັດ, ທຸ້ມເທເຫື່ອແຮງເພື່ອຊ່ວຍເຫຼືອໃຫ້ເຂົາເຈົ້າໄດ້ຜ່ານພົ້ນຄວາມລໍາບາກດັ່ງກ່າວ. ຕອນບ່າຍຂອງວັນທີ 19 ສິງຫາ ປີ 2019, ລົດທ່ອງທ່ຽວທີ່ມີນັກທ່ອງທ່ຽວຊາວຈີນ 44 ຄົນເດີນທາງຈາກນະຄອນຫຼວງວຽງຈັນໄປນະຄອນຫຼວງພະບາງ ໃນລະຫວ່າງກາງທາງນັ້ນ ກໍ່ໄດ້ເກີດອຸປະຕິເຫດ, ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ. ກໍາລັງທະຫານ, ຕໍາຫຼວດ, ທ້ອງຖິ່ນ, ສະພາກາແດງ ແລະ ປະຊາຊົນໃນທ້ອງຖິ່ນລວມທັງພາກສ່ວນວິສາຫະກິດຈີນ, ຊາວຈີນພົ້ນທະເລ ແລະ ອົງການອາສາສະໝັກ ກໍ່ໄດ້ທະຍອຍກັນເຂົ້າຮ່ວມໃນການກູ້ໄພໃນຄັ້ງນີ້, ເປັນເຈົ້າການຮັບຜິດຊອບໃນດ້ານການແພດພະຍາບານ, ປະສານງານແປພາສາ, ເບິ່ງແຍງດູແລຄົນໃນຄອບຄົວ ແລະ ວຽກງານຕ່າງໆຫຼັງຈາກເກີດອຸປະຕິເຫດ .

ພາຍຫຼັງທີ່ເກີດອຸປະຕິເຫດການຈະລາຈອນຄັ້ງໃຫຍ່ເມື່ອວັນທີ 19 ສິງຫາ ປີ 2019, ທ່ານ ສີຈິ້ນຜິງ ກັບ ທ່ານ ບຸນຍັງ ວໍລະຈິດ ເວົ້າເປັນສຽງດຽວກັນວ່າ ການເນັ້ນໃສ່ວຽກງານການບໍລິການແກ່ປະຊາຊົນ ແມ່ນເປົ້າໝາຍຮ່ວມກັນຂອງສອງພັກສອງປະເທດລາວ - ຈີນ ຂອງພວກເຮົາ. ພາຍໃຕ້ການຊີ້ນໍານໍາພາຂອງສູນກາງພັກຂອງສອງພັກ, ການດໍາເນີນວຽກງານຮ່ວມກັນຂອງສອງປະເທດລາວ - ຈີນ, ຮ່ວມມືປະສານງານທາງທະຫານນຳກັນ, ເຊື່ອມສານຈິດໃຈພະນັກງານລັດກັບປະຊາຊົນ, ອອກດຳເນີນການ ແລະເປັນແບບຢ່າງນຳໜ້າ. ເພື່ອສະໜອງຕົວຢ່າງອັນມີຊີວິດຊີວາ ໃຫ້ແກ່ການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ, ພ້ອມກັນຜັກດັນຄູ່ຮ່ວມຊາຕາກໍາລາວ - ຈີນໃຫ້ກ້າວໄປສູ່ລວງເລິກ.

ເມື່ອປະສົບບັນຫາຄວາມຫຍຸ້ງຍາກ, ປະຊາຊົນສອງຊາດລາວ - ຈີນ ຮ່ວມສຸກຮ່ວມທຸກນໍາກັນ, ເຝົ້າລະວັງສັງເກດການ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໃນອຸປະຕິເຫດຄັ້ງໃຫຍ່ທັງສອງນີ້, ຄວາມແຕກຕ່າງກັນໃນການປະສົບບັນຫາ ແມ່ນປະຊາຊົນລາວ ແລະ ປະຊາຊົນຈີນ, ແຕ່ວ່າຕໍ່ເຫດການທີ່ເກີດຂຶ້ນນັ້ນ ປະຊາຊົນທັງສອງປະເທດກໍ່ລ້ວນແຕ່ມີຄວາມຮູ້ສຶກເໝືອນກັນຄືກັບເກີດຂຶ້ນຕໍ່ຕົນເອງ, ໄພພິບັດໄຮ້ຄວາມເມດຕາ ແຕ່ຄົນເຮົາມີຄວາມເມດຕາຮັກແພງກັນ, ອາສາສະໝັກຕື່ນຕົວເອງຢືນມືເຂົ້າຊ່ວຍເຫຼືອກູ້ໄພເຊິ່ງກັນແລະກັນ. ບໍ່ວ່າຈະເປັນເຫດການເຂື່ອນແຕກເມືອວັນທີ 23 ກໍລະກົດ ພະນັກງານຊ່ວຍເຫຼືອກູ້ໄພຂອງຈີນກໍ່ໄດ້ເອົາໃຈໃສ່ຜ່ານຜ່າຄວາມຫຍຸ້ງຍາກນາໆປະການໂດຍບໍ່ທໍ້ຖອຍຕໍ່ກັບທຸກໂອກາດໃນການຄົ້ນຫາຊ່ວຍເຫຼືອຜູ້ລອດຊີວິດຈາກໄພພິບັດ ຫຼື ບໍ່ວ່າຈະເປັນວຽກງານພາຍຫຼັງອຸປະຕິເຫດຈະລາຈອນຄັ້ງໃຫຍ່ໃນວັນທີ 19 ສິງຫານັ້ນກໍດີ ປະຊາຊົນລາວກໍ່ໄດ້ອີງໃສ່ຮີດຄອງທ້ອງຖິ່ນຈັດພິທີໄຫວ້ອາໄລທີ່ເຄັ່ງຂຶມແກ່ຜູ້ເສຍຊີວິດທຸກຄົນຈາກອຸປະຕິເຫດຄັ້ງນັ້ນ, ປະຊາຊົນສອງຊາດລາວ - ຈີນ ໄດ້ນໍາໃຊ້ປະຕິບັດການຕົວຈິງມາແຕ່ງແຕ້ມພາບວິວແຫ່ງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ທີ່ວ່າ: “ຢູ່ຮ່ວມກັນຢ່າງສັນຕິ ແລະ ປອງດອງພາຍໃຕ້ທ້ອງຟ້າດຽວກັນ, ຢູ່ຮ່ວມກັນເປັນວົງຄະນະຍາດຄອບຄົວດຽວກັນ”.

 

ທ່ານນາງ ຝັ່ງຢຸນ(ສະຖາບັນການພົວພັນສາກົນມະຫາວິທະຍາໄລຢຸນນານ)