ແຂວງ​ຢຸນ​ນານ​ແກ້​ໄຂ​ບັນ​ຫາ​ຄວາມ​ປອດ​ໄພດ້ານ​ນ້ຳ​ດື່ມ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກຂອງ​ 99 ພັນ​ກວ່າຄອບ​ຄົວ​ຢ່າງ​ຮອບ​ດ້ານ

2020-01-03 18:11:36 |ມາຈາກ: CRI

ພະ​ແນກ​ຊົນ​ລະ​ປະ​ທານ​ແຂວງ​ຢຸນ​ນານ​ຈີນ​ແຈ້ງ​ໃຫ້​ນັກ​ຂ່າວ​​ຊາບ​ວ່າ, ເພື່ອ​ຮັບ​ປະ​ກັນຄວາມ​ປອດ​ໄພດ້ານ​ນ້ຳ​ດື່ມ​ຂອງ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ, ແຂວງ​ຢຸນ​ນານ​ໄດ້​ປະ​ຕິ​ບັດ​ການ​ຄຸ້ມ​ຄອງ​ຢ່າງ​ລະ​ອຽດ​ຕໍ່​ເຂດ​ທີ່​ມີ​ບັນ​ຫາຄວາມ​ປອດ​ໄພດ້ານ​ນ້ຳ​ດື່ມ, ນັບ​ມາ​ຮອດ​ທ້າຍ​ເດືອນ​ທັນ​ວາ​ປີ 2019, ໄດ້​ແກ້​ໄຂ​ບັນ​ຫາ​ຄວາມ​ປອດ​ໄພ​ດ້ານ​ນ້ຳ​ດື່ມ​ຂອງ​ປະ​ຊາ​ຊົນ​​ຜູ້​ທຸກ​ຍາກ 99 ພັນ​ກວ່າ​ຄອບ​ຄົວ.

ຕາມ​ຂ່າວ​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 13, ໂຄງ​ການ​ຮັກ​ສາ​ແລະ​ປັບ​ປຸງ​ຄວາມ​ປອດ​ໄພ​ດ້ານ​ນ້ຳ​ດື່ມ​ໃນ​ຊົນ​ນະ​ບົດ​ແຂວງ​ຢຸນ​ນານ​ໄດ້​ລົງ​ທຶນ 11,04 ຕື້ຢວນ, ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພດ້ານ​ນ້ຳ​ດື່ມຂອງ​ປະ​ຊາ​ກອນ​ຊົນ​ນະ​ບົດ 18,198 ລ້ານ​ຄົນ.