ຈີນ​ຈະ​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ໃໝ່​ພາຍ​ໃນ​ທົ່ວ​ປະ​ເທດຫຼາຍກວ່າ 4 ພັນ​ກິ​ໂລ​ແມັດ​ສຳ​ລັບປີ 2020

2020-01-03 18:12:42 |ມາຈາກ: CRI

ວັນ​ທີ 2 ມັງ​ກອນປີ 2020, ກຸ່ມ​​ບໍ​ລິ​ສັດເສັ້ນ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ຈຳ​ກັດ​ໄດ້​ໄຂ​ກອງ​ປະ​ຊຸມວຽກ​ງານ​ຢູ່​ທີ່​ປັກ​ກິ່ງ.

ກອງ​ປະ​ຊຸມ​ຊີ້​ອອກວ່າ, ປີ 2019, ການ​ຂົນ​ສົ່ງ​​ຕາມເສັ້ນ​ທາງ​ລົດ​ໄຟ​ມີຄວາມ​ປອດ​ໄພ​ດີ, ​ການ​ລົງ​ທຶນ​ໃສ່​ເສັ້ນ​ທາງ​ລົດ​ໄຟ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຮອບ​ດ້ານ, ປະ​ລິ​ມານ​ການ​ຂົນ​ສົ່ງ​​ຜູ້​ໂດຍ​ສານ​ແລະສິນ​ຄ້າ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​​ຕໍ່​ເນື່ອງ, ເຊິ່ງ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 3,57 ຕື້​ເທື່ອ​ຄົນ; ການ​ເຮັດ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນຕື່ມ​ອີກ. ປີ 2019, ​ທຸ​ລະ​ກິດເສັ້ນ​ທາງ​ລົດ​ໄຟ​ຂອງ​ຈີນ​ໄດ້​ມີ​ລາຍ​ໄດ້​ການ​ຂົນ​ສົ່ງ​ລວມ​ທັງ​ໝົດ 818 ຕື້ຢວນ; ການ​ພັດ​ທະ​ນາ​ແບບ​ສີ​ຂຽວກໍ່​ມີ​ປະ​ສິດ​ທິ​ຜົນ​​ຢ່າງເດັ່ນ​ຊັດ; ອັດ​ຕາ​ການ​ປະ​ຕິ​ບັດ​ໜ້າ​ທີ່​ແລະ​ລາຍ​ໄດ້​ເງິນ​ເດືອນ​​ຂອງພະ​ນັກ​ງານ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ເງິນ​ເດືອນ​ຂອງ​ພະ​ນັກ​ງານ​​ສະ​ເລ່ຍ​ແລ້ວໄດ້​ເພີ່ມ​ຂຶ້ນ 8% ຂຶ້ນ​ໄປ 3 ປີ​ລຽນ​ຕິດ.

ກອງ​ປະ​ຊຸມໄດ້​ຕົກ​ລົງ​​ເຫັນ​ດີວ່າ, ປີ 2020, ວຽກ​ງານ​​ຂອງເສັ້ນ​ທາງ​ລົດ​ໄຟ​ມີ​ເປົ້າ​ໝາຍ​ຕົ້ນ​ຕໍ​ຄື: ໃຫ້​ເສັ້ນ​ທາງ​ລົດ​ໄຟ​ສືບ​ຕໍ່​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ໝັ້ນ​ທ່ຽງ; ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ໃຫ້​​ບັນ​ລຸ​ໄດ້ 3,85 ຕື້​ເທື່ອ​ຄົນ, ການ​ຂົນ​ສົ່ງ​ສິນ​ຄ້າ​ໃຫ້​​ບັນ​ລຸ​ໄດ້ 3,65 ຕື້​ໂຕນ; ຮັບ​ປະ​ກັນ​ການ​ລົງ​ທຶນ​​ໃນ​ການສ້າງ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ໃໝ່​ຍາວ​ທັງ​ໝົດ 4 ພັນ​ກິ​ໂລ​ແມັດ​ຂຶ້ນ​ໄປ, ໃນ​ນັ້ນ ໃຫ້​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ 2 ພັນ​ກິ​ໂລ​ແມັດ.