ເດືອນແຫ່ງການບໍລິຈາກເລືອດໂດຍບໍ່ຫວັງສິ່ງຕອບແທນຂອງພະນັກງານການແພດຄັ້ງທີ 10 ຄຸນໝິງ

2020-01-06 18:18:17 |ມາຈາກ: Yunnan Gateway

ວັນທີ 3 ມັງກອນ, ເດືອນແຫ່ງການບໍລິຈາກເລືອດໂດຍບໍ່ຫວັງສິ່ງຕອບແທນຂອງພະນັກງານການແພດຄັ້ງທີ 10 ໄດ້ຈັດຂຶ້ນໃນໂຮງໝໍມາລີ້ຢາ ແຂວງຢຸນນານ. ເດືອນແຫ່ງການບໍລິຈາກເລືອດຄັ້ງນີ້ຈະສືບຕໍ່ໄປຮອດວັນທີ 28 ກຸມພາ, ສະຖາບັນການແພດໃນເມືອງຄຸນໝິງ ແລະ ພະນັກງານແພດໝໍຂອງບັນດາເຂດ, ເມືອງ ແລະ ນະຄອນຕ່າງໆຈະບໍລິຈາກເລືອດຂອງຕົນເອງ, ໂດຍຫວັງວ່າຈະສາມາດຊ່ວຍຊີວິດຄົນເຈັບໃຫ້ໄດ້ຫຼາຍຂຶ້ນໃນຍາມສຸກເສີນ.

ນັບແຕ່ປີ 2010 ເຖິງປີ 2020, ເດືອນແຫ່ງການບໍລິຈາກເລືອດໂດຍບໍ່ຫວັງສິ່ງຕອບແທນຂອງພະນັກງານການແພດຂອງນະຄອນຄຸນໝິງໄດ້ຜ່ານມາເປັນເວລາສິບປີ, ພະນັກງານການແພດໄດ້ເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ. ອິງຕາມສະຖິຕິ, ພະນັກງານແພດ 8,430 ຄົນໄດ້ເຂົ້າຮ່ວມການບໍລິຈາກເລືອດໃນປີ 2018, ປະລິມານເລືອດທີ່ບໍລິຈາກ 2,4 ລ້ານມີນລີລິດ; ໃນປີ 2019 ພະນັກງານແພດ 9391 ຄົນໄດ້ເຂົ້າຮ່ວມການບໍລິຈາກເລືອດ, ເລືອດບໍລິຈາກມີປະລິມານ 2,71 ລ້ານມີນລີລິດ.