ພິມ​ຈຳ​ໜ່າຍປຶ້ມ ສີ​ຈິ້ນ​ຜິງ ວ່າ​ດ້ວຍ​ວຽກ​ງານການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ສະ​ບັບຄັດ​​ຈ້ອນ

2020-01-06 18:22:55 |ມາຈາກ: CRI

ປຶ້ມ ສີ​ຈິ້ນ​ຜິງ ວ່າ​ດ້ວຍ​ວຽກ​ງານການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ສະ​ບັບຄັດ​​ຈ້ອນ ທີ່​ຮຽບ​ຮຽງ​ໂດຍ ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຫວັດ​ແລະ​ເອ​ກະ​ສານ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ເລີ່ມ​ພິມ​ຈຳ​ໜ່າຍໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ ໂດຍ​ສຳນັກ​ພິມ​ຈຳ​ໜ່າຍ​ເອ​ກະ​ສານ​ສູນ​ກາງ.

ນັບ​ແຕ່​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ການ​ນຳ​ພາ​ທີ່​​ເຂັ້ມແຂງ​ຂອງ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ ທີ່​ຖື​ສະ​ຫາຍ ສີ​ຈິ້ນ​ຜິງ ເປັນແກນ​ກາງ, ​ຈີນ​ໄດ້ຊຸກ​ຍູ້​ແລະ​ດຳ​ເນີນວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ມີ​ຫົວຄິດ​ປະ​ດິດ​ສ້າງ​, ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​​ເປັນປະ​ຫວັດ​ສາດ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ໄດ້​ກຳ​​ແໜ້ນທ່ວງ​ທ່າ​ໃຫຍ່​​ຂອງ​ຈີນ​ແລະ​ທົ່ວ​ໂລກ​​ໃນ​ດ້ານ​ການ​ພັດ​ທະ​ນາ​​ໃນ​ຍຸກ​ໃໝ່ຢ່າງ​ເລິກ​ເຊິ່ງ, ​ແລະ​ໄດ້ປະ​ດິດ​ສ້າງ​ໃໝ່​ດ້ານທິດ​ສະ​ດີ​ ​ແລະ​ພຶດ​ຕິ​ກຳອັນສຳ​ຄັນ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ, ເຊິ່ງ​ໄດ້​​ກຳ​ເນີດ​ເປັນ​ແນວ​ຄິດ​ດ້ານ​ການ​ຕ່າງ​ປະ​ເທດ​ຂອງ​ທ່ານ ສີ​ຈິ້ນ​ຜິງ. ແນວ​ຄິດ​ດ້ານ​ການ​ຕ່າງ​ປະ​ເທດ​ຂອງ​ທ່ານ ສີ​ຈິ້ນ​ຜິງ ແມ່ນ​ພາກ​ສ່ວນ​​ສຳ​ຄັນ​ຂອງ​ແນວ​ຄິດສີ​ຈິ້ນ​ຜິງ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃຫຍ່, ມີ​ຄວາມ​ໝາຍ​ຊີ້​ນຳ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເດັດ​ດ່ຽວ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ, ຜົນ​ປະ​ໂຫຍດ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາດ​ຕາ​ກຳ​ຂອງມວນ​ມະ​ນຸດ ແລະ​ການ​ສ້າງ​ສະ​ພາບ​ການ​ໃໝ່​ດ້ານ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.