ພິມ​ຈຳ​ໜ່າຍປຶ້ມ ສີ​ຈິ້ນ​ຜິງ: ຄຳ​ປາ​ໄສ​ສຳ​ຄັນ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ການ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​​ຄົບ​ຮອບ 70 ປີ

2020-01-06 18:23:57 |ມາຈາກ: CRI

ຫວ່າງ​ມໍ່ໆ​ນີ້, ປຶ້ມ ​ສີ​ຈິ້ນ​ຜິງ: ​ຄຳ​ປາ​ໄສ​ສຳ​ຄັນ​ເພື່ອ​ສະ​ເຫຼີມ​ສະ​ຫຼອງການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ ສະ​ບັບພາ​ສາ​ຈີນ-ອັງ​ກິດ ເລີ່ມ​ພິມ​ຈຳ​ໜ່າຍ​ໂດຍ​ສຳ​ນັກ​ພິມ​ຈຳ​ໜ່າຍ​ພາ​ສາ​ຕ່າງ​ປະ​ເທດ​ ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.

ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໄດ້​ຮັບ​ການສະ​ຖາ​ປະ​ນາ​ຂຶ້ນ​ຄົບ​ຮອບ 70 ປີ​ໃນ​ປີ 2019, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ສຳ​ຄັນ​ຕ່າງໆ ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ. ຄຳ​ປາ​ໄສ​ສຳ​ຄັນ​ຂອງ​ທ່ານ​ ສີ​ຈິ້ນ​ຜິງ ໄດ້​ບັນ​ລະ​ຍາຍ​ເຖິງຂະ​ບວນ​ການ​ຍິ່ງ​ໃຫຍ່​ທີ່​​ປະ​ເທດ​ຈີນ​ໃໝ່ໄດ້​ຜ່ານ​ຜ່າແລະ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ຕ່າງໆ​ນາໆ​ ​ຕະ​ຫຼອດ 70 ປີ​​ຜ່ານ​ມາ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ໜຽວແໜ້ນ​ທີ່​ຈີນ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ແລະ​ການຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ຂອງມວນ​ມະ​ນຸດ, ​ເຊິ່ງໄດ້ປຸກ​ລະ​ດົມນ້ຳໃຈ​ຮັກ​ຊາດ​​, ນ້ຳ​ໃຈ​ຮັກ​ພັກ, ຮັກ​ທະ​ຫານ ແລະ​ຮັກ​ປະ​ຊາ​ຊົນຂອງ​ປະ​ຊາ​ຊົນ​ຈີນ​​ອັນ​ໄພ​ສານ, ພ້ອມ​ທັງໄດ້​ສ້າງ​ຄວາມ​ພາກ​ພູມ​ໃຈ​ໃຫ້​ລູກ​ຫຼານ​ປະ​ຊາ​ຊາດ​ຈີນ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​​ໄດ້ຢ່າງ​ຫຼວງ​ຫຼາຍ, ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ລະ​ດັບ​ສູງ​ແລະ​ສຽງ​ຕອບ​ຮັບ​ຢ່າງ​ຟົດ​ຟື້ນ​ຈາກ​ປະ​ຊາ​ຄົມ​ໂລກ.

ໃນປຶ້ມ ສີ​ຈິ້ນ​ຜິງ: ຄຳ​ປາ​ໄສ​ສຳ​ຄັນ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​​ການ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນຄົບ​ຮອບ 70 ປີ ໄດ້​ຮຽບ​ຮຽງ​ເອົາ​ຄຳ​ປາ​ໄສ​ສຳ​ຄັນ 3 ບົດ​ທີ່​ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ​ກອມ​ມູ​ນິດ​ຈີນ​ກ່າວ​ໃນ​ພິ​ທີສະ​ເຫຼີມ​ສະ​ຫຼອງ​​ການ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ, ພິ​ທີ​ມອບ​ຫຼຽນ​ໄຊ​ແຫ່ງ​ຊາດ​ແລະ​ກຽດ​ຕິ​ຍົດ​ແຫ່ງ​ຊາດ ແລະ​ງານ​ລ້ຽງ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ.