ການ​ຫຼຸດ​​ສ່ວຍ​ສາ​ອາ​ກອນ​ແລະ​ຄ່າ​ທຳນຽມ​ຂອງ​ຈີນ​ໃນ​ປີ 2019 ມີຫຼາຍກວ່າ 2.000 ຕື້ຢວນ

2020-01-08 17:54:32 |ມາຈາກ: CRI

ຕົວ​ເລກ​ຂໍ້​ມູນ​ຂອງ​​ອົງ​ການ​ສ່ວຍ​ສາ​ອາ​ກອນແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ:ການ​ຫຼຸດສ່ວຍ​ສາ​ອາ​ກອນ​ແລະ​ຄ່າ​ທຳ​ນຽມຂອງ​ຈີນ​ໃນໝົດ​ປີ 2019 ເມື່ອໄລ່​ລວມແລ້ວ​ມີຫຼາຍກວ່າ 2.000 ຕື້ຢວນ,ກວມ​ຫຼາຍກວ່າ 2% ຂອງ​ລວມຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​​ຫຼື GDP ຂອງ​ຈີນ, ໄດ້​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ GDP​ ​ໝົດ​ປີ​ປະ​ມານ 0,8%.

ອົງ​ການ​ສ່ວຍ​ສາ​ອາ​ກອນແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ສ່ວຍ​ສາ​ອາ​ກອນ​ໃນ​ທຸກ​ຂະ​ແໜງ​ການລ້ວນ​ແຕ່​ໄດ້​ຫຼຸດ​ລົງ​ໃນ​ລະ​ດັບ​ໃດ​ໜຶ່ງ,ເຊິ່ງ​ໄດ້​ກະ​ຕຸກ​ຊຸກ​ຍູ້​​ໃຫ້ຕະ​ຫຼາດ​ມີ​ຊີ​ວິດ​ຊີ​ວາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ໃຈ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ການ​ຫຼຸດ​ ອາ​ກອນລາຍ​ໄດ້ໃນ​ໝົດ​ປີ​ໄດ້​ຊຸກ​ຍູ້ການ​ບໍ​ລິ​ໂພກ​ໃນ​ມູນ​ຄ່າ​ຫຼາຍກວ່າ 300 ຕື້ຢວນ,ຊຸກ​ຍູ້ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ຍ່ອຍ​ຂອງ​ຜະ​ລິດ​ຕະ​ພັນ​ບໍ​ລິ​ໂພກ​ໃນ​ສັງ​ຄົມ​ເພີ່ມ​ຂຶ້ນ​ປະ​ມານ 1%. ປີ 2019,ໄດ້​ຄືນ​ພາ​ສີ​ຕໍ່​ສິນ​ຄ້າ​ສົ່ງ​ອອກ​ 1.574 ຕື້ຢວນ,ເພີ່ມ​ຂຶ້ນ 4,8%,ເປັນ​ການ​ສະ​ໜັບ​ສະ​ໜູນ​ການ​ສົ່ງ​ອອກ​ສິນ​ຄ້າ​ສູ່​ຕ່າງ​ປະ​ເທດ​ຢ່າງ​ແຂງ​ແຮງ.

ປີ 2019, ​ອົງ​ການ​ສ່ວຍ​ສາ​ອາ​ກອນ​ແຫ່ງ​ຊາດ​ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ທີ່ມີ​ຄວາມ​ສະ​ດວກ​ຕ່າງໆ,ປັບ​ປຸງ​ການ​ບໍ​ລິ​ການ​ດ້ານ​ການ​ຈ່າຍ​ພາ​ສີ​ແລະ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີຂຶ້ນ. ​ຕາມຜົນ​ການ​ຕີ​ລາ​ຄາ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ທະ​ນາ​ຄານ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ຈັດ​ອັນ​ດັບ​ຕົວ​ເລ​ກ​ດັດ​ຊະ​ນີ​ກ່ຽວ​ກັບ​ການ​ຈ່າຍ​ພາ​ສີ​ຂອງ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ອີກ​ເປັນ 3 ປີ​ລຽນ​ຕິດ.