ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຢ້ຽມ​ຢາມ​ບ້ານລຽງ​ເຈ່ຍ​ເຮີ

2020-01-09 17:51:10 |ມາຈາກ: CRI

ວັນ​ທີ 7 ມັງ​ກອນ​ນີ້, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ທີ່​ກຳ​ລັງຢ້ຽມ​ຢາມ​ຈີນ ​ໄດ້ເດີນ​ທາງ​ໄປ​ຢ້ຽມ​ຢາມ​ແລະ​ທັດ​ສະ​ນະ​ສຶກ​ສາ​ຢູ່​ບ້ານລຽງ​ເຈ່ຍ​ເຮີ​ແຂວງ​ສານ​ຊີ່​ຈີນ. ໃນ​ກອງ​ປະ​ຊຸມ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມັງ​ກອນ​ນີ້, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຍິນ​ດີ​ຕ້ອນ​ຮັບ​ແຂກ​ຕ່າງ​ປະ​ເທດ​ຫຼາຍກວ່າ​ເກົ່າ​​ເດີນ​ທາງ​ມາ​ຈີນ, ໂດຍ​ສະ​ເພາະ​ແມ່ນ​ເດີນ​ທາງໄປ​​ຢ້ຽມຢາມ​ບ້ານລຽງ​ເຈ່ຍ​ເຮີ ເຊິ່ງ​ເປັນ​ພື້ນ​​ຖານ​ຂອງ​ຈີນ.

ບ້ານລຽງ​ເຈ່ຍ​ເຮີ ແມ່ນ​ບ່ອນ​ທີ່​ທ່ານ​ ສີ​ຈິ້ນ​ຜິງ​ ປະ​ທານປະ​ເທດ​ຈີນ ເຄີຍ​ເຮັດ​ວຽກ​ແລະ​ດຳ​ລົງ​ຊີ​ວິດ. ໃນ​ໄລ​ຍະ​ທີ່​​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ຢ້ຽມ​ຢາມ​ອາ​ເມ​ຣິ​ກາໃນ​ປີ 2015, ເຄີຍ​​ໄດ້ແນະ​ນຳ​ຂະ​ບວນ​ການ​ພັດ​ທະ​ນາ​ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​​ແລະເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ ໂດຍ​ຖື​ເອົາ​ບ້ານ​​ລຽງ​ເຈ່ຍ​ເຮີ​ເປັນ​ຕົວ​ແບບ. ທ່ານ​ເກີງ​ສວງກ່າວ​ວ່າ, ບ້ານ​ລຽງ​ເຈ່ຍ​ເຮີ​ແມ່ນ​ຕົວ​ຢ່າງ​ໜຶ່ງ​​ຂອງ​ການ​ປະ​ຕິ​ຮູບ​​ແລະເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ, ແມ່ນ​ແຫຼ່ງ​ກຳ​ເນີດ​ຂອງ​ຄວາມ​​ໃຝ່ຝັນ​ຂອງຈີນ. ໃນ​ປີ​ມໍ່ໆ​ມາ​ນີ້, ​ນັກ​ການ​ເມືອງ​ສຳ​ຄັນ​ຂອງ​ຕ່າງ​ປະ​ເທດ​ຫຼາຍ​ທ່ານ​ກໍ່​ເຄີຍ​ໄປ​ຢ້ຽມ​ຢ້າມ​ບ້ານ​ລຽງ​ເຈ່ຍ​ເຮີ, ​ເຊິ່ງລ້ວນ​ແຕ່​ໄດ້​ກ່າວ​ຍ້ອງ​ຍໍ​ຊົມ​ເຊີຍໃນ​ລະ​ດັບ​ສູງຕໍ່ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ບ້ານ​ລຽງ​ເຈ່ຍ​ເຮີ, ເຊັ່ນ: ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ສ້າງ​ເສດ​ຖະ​ກິດ, ການ​ປັບ​ປຸງ​ຊີ​ວະ​ພາບ​ແລະ​ອື່ນໆ.

ທ່ານ​ເກີງ​ສວງ​ກ່າວ​ວ່າ, ຈີນ​ເຊື່ອ​ວ່າ, ໂດຍຜ່ານ​ການ​ຢ້ຽມຢາມ​ແຂວງ​ສານ​ຊີ່ ຢ້ຽມ​ຢາມ​ບ້ານ​ລຽງ​ເຈ່ຍ​ເຮີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ຍ່ອມ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​​ແຫ່ງ​ການ​​ສູ້​ຊົນ​ຜ່ານ​ຜ່າຂອງ​ຜູ້​ນຳ​ຈີນ​ໃນ​ອະ​ດີດ​, ສຳ​ຜັດ​ກັບ​ຄວາມ​ຫ້າວ​ຫັນ​​ປະ​ຕິ​ວັດ​ແລະ​ການ​ປະ​ດິດ​ສ້າງ​ໃໝ່ຂອງ​ປະ​ຊາ​ຊົນ​ຈີນ, ກໍ​ຄື​ພື້ນ​ຖານ​​ອັນ​ໜັກ​ແໜ້ນ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ຕື່ມ​ອີກ.