ກອງປະຊຸມສະຫຼຸບການຮ່ຳຮຽນແລະເຊື່ອມຊຶມຫົວຂໍ້ຕົ້ນຕໍ “ບໍ່ຫຼົງລືມອຸດົມການຕັ້ງແຕ່ຫົວທີແລະຈົດຈຳພາລະກຳໃຫ້ໜັກແໜ້ນ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 8 ມັງກອນນີ້. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມແລະກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມ. ທ່ານ ກ່າວເນັ້ນວ່າ,ຖ້າພັກເຮົາຢາກໄດ້ຮັບການປົກປັກຮັກສາແລະສະໜັບສະໜູນຈາກປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ,ແລະຂຽນໜ້າໃໝ່ໃນປະຫວັດອັນຍິ່ງໃຫຍ່ຂອງຊົນຊາດຈີນ,ກໍຕ້ອງບໍ່ຫຼົງລືມອຸດົມການຕັ້ງແຕ່ຫົວທີແລະຈົດຈຳພາລະກຳໃຫ້ມີຄວາມໜັກແໜ້ນຢ່າງສະເໝີຕົ້ນສະເໝີປາຍ,ເດັດດ່ຽວກຳຈັດທຸກໆຈຸດອ່ອນທີ່ຂັດຂວາງຄວາມກ້າວໜ້າແລະທຳລາຍຄວາມປອດໃສບໍລິສຸດຂອງພັກ,ເດັດດ່ຽວຕັດເຊື້ອມະເຮັງຮ້າຍທຸກອັນທີ່ເກີດຂຶ້ນຢູ່ນຳພັກ,ເດັດດ່ຽວປ້ອງກັນບໍ່ໃຫ້ເກີດອັນຕະລາຍທີ່ເປັນການຝ່າຝືນດຸດົມການຕັ້ງແຕ່ຫົວທີແລະພາລະກຳແລະສັ່ນຄອນຮາກຖານຂອງພັກ. ທົ່ວພັກຕ້ອງຖືເອົາການຮ່ຳຮຽນແລະເຊື່ອມຊຶມຫົວຂໍ້ຕົ້ນຕໍຄັ້ງນີ້ເປັນຈຸດເລີ່ມຕົ້ນໃໝ່,ລົງເລິກການປະຕິວັດໂຕເອງຂອງພັກຢ່າງບໍ່ຢຸດຢັ້ງ,ຊຸກຍູ້ບໍ່ໃຫ້ຫຼົງລືມອຸດົມການຕັ້ງແຕ່ຫົວທີ ແລະຈົດຈຳພາລະກຳຂອງທົ່ວພັກໃຫ້ມີຄວາມໜັກແໜ້ນຢ່າງຕໍ່ເນື່ອງ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ການດຳເນີນການຮ່ຳຮຽນແລະເຊື່ອມຊຶມຫົວຂໍ້ຕົ້ນຕໍ “ບໍ່ຫຼົງລືມອຸດົມການຕັ້ງແຕ່ຫົວທີແລະຈົດຈຳພາລະກຳໃຫ້ໜັກແໜ້ນ”ຂອງທົ່ວພັກ,ແມ່ນນະໂຍບາຍໃຫຍ່ແລະສຳຄັນຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19. ສູນກາງພັກໃຫ້ຄວາມເອົາໃຈໃສ່ໃນລະດັບສູງຕໍ່ເລື່ອງນີ້,ໄດ້ເອົາໃຈໃສ່ກະກຽມຢ່າງລະອຽດແລະຈັດຕັ້ງປະຕິບັດຢ່າງລະອຽດຖີ່ຖ້ວນ.
ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ:ການຮ່ຳຮຽນແລະເຊື່ອມຊຶມຫົວຂໍ້ຕົ້ນຕໍຄັ້ງນີ້ໄດ້ສະຫຼຸບບົດຮຽນໃນດ້ານການຮ່ຳຮຽນແລະເຊື່ອມຊຶມແບບລວມສູນໃນພັກທຸກຄັ້ງທີ່ຜ່ານມາ,ໄດ້ດຳເນີນການຄົ້ນຄວ້າອັນໃໝ່ແລະໄດ້ຖອດຖອນບົດຮຽນໃໝ່ໃນດ້ານການຮ່ຳຮຽນແລະເຊື່ອມຊຶມແບບລວມສູນໃນພັກໃນຍຸກໃໝ່.
ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ:ພັກເຮົາພວມນຳພາປະຊາຊົນດຳເນີນການສູ້ຊົນອັນຍິ່ງໃຫຍ່ທີ່ມີຈຸດພິເສດປະຫວັດສາດອັນໃໝ່ຫຼາຍຫົວຂໍ້,ຕ້ອງລົງເລິກການປະຕິວັດໂຕເອງຂອງພັກຢ່າງບໍ່ຢຸດຢັ້ງ,ຊຸກຍູ້“ການບໍ່ຫຼົງລືມອຸດົມການຕັ້ງແຕ່ຫົວທີແລະຈົດຈຳພາລະກຳໃຫ້ໜັກແໜ້ນ”ຂອງທົ່ວພັກຢ່າງຕໍ່ເນື່ອງ.