ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​​ໂປອາວປີ 2020 ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້

2020-01-15 17:48:52 |ມາຈາກ: CRI

​ເຈົ້າ​ໜ້າ​ທີ່ກອງ​ເລ​ຂາ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປອາວໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 14 ມັງ​ກອນ​ນີ້​ວ່າ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີໂປ​ອາວ​ປີ 2020 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​​ໂປອາວ​ແຂວງ​ໄຫຫຼຳ​ຈີນ​ລະ​ຫວ່າງວັນ​ທີ 24 ຫາ 27 ​ມີ​ນາ​ປີ​ນີ້ ​ພາຍ​ໃຕ້ຫົວ​ຂໍ້: “ຮັບ​ມື​ກັບ​ສະ​ພາບ​​ການປ່ຽນ​ແປງ​ຂອງ​ໂລກ ແລະ ຮ່ວມ​ມື​ກັນ​ສ້າງ​ອະ​ນາ​ຄົດ”.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ, ທ່ານຫຼີ​ປາວ​ຕົ່ງ ເລ​ຂາ​ທິ​ການ​ໃຫຍ່​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​​ໂປ​ອາວ​ກ່າວ​ວ່າ, ​ການ​ປຶກ​ສາ​ຫາ​ລື​ໃນບັນ​ດາ​ກອງ​ປະ​ຊຸມ​ໃນ​ປີ​ນີ້​ຈະ​ປິ່ນ​ອ້ອມ​ເນື້ອ​ໃນ​ສຳ​ຄັນ​ຂອງກອງ​ປ​ະ​ຊຸມ “ວິ​ເຄາະ​ສະ​ພາບ​ການ​ປ່ຽນ​ແປງ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ”, ​ປະ​ກອບ​ມີ 5 ຫົວ​ຂໍ້​ຍ່ອຍ​ທີ່​ສຳ​ຄັນ ຄື: ທ່​າ​ອຽງ​ໃຫຍ່​ຂອງ​ການ​ພັດ​ທະ​ນາ, ການ​ປະ​ຕິ​ຮູ​ບ​ອຸດ​ສາ​ຫະ​ກຳ, ການ​ປະ​ດິດ​ສ້າງ​ໃໝ່ທີ່​ລ້ຳ​ສະ​ໄໝ, ຊີ​ວິດ​ອັນ​ດີ​ງາມ ແລະ ການ​ບໍ​ລິ​ຫານ​ທົ່ວ​ໂລກ.

ນອກ​ນີ້, ກອງ​ປະ​ຊຸມ​ປີ​ນີ້​ຍັງ​ຈະ​ເຜີຍ​ແຜ່ບົດ​ລາຍ​ງາ​ນ​ສຳ​ຄັນ 6 ສະ​ບັບ ເຊັ່ນ: “ບົດ​ລາຍ​ງານ​ປະ​ຈຳ​ປີ 2020 ກ່ຽວ​ກັບ​ອະ​ນາ​ຄົດ​ເສດ​ຖະ​ກິດ ແລະ ຂະ​ບວນ​ການເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາ​ຊີ” ແລະ ອື່ນໆ.