ຈີນ​ເຜີຍ​ແຜ່ “ບົດ​ລາຍ​ງານ​ທ່ວ​ງ​ທ່າ​ເສດ​ຖະ​ກິດ​ຈີນ​ປີ 2020”

2020-01-15 17:49:59 |ມາຈາກ: CRI

ວັນ​ທີ 15 ມັງ​ກອນ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ປະ​ລິ​ມານ​ແລະ​ເສດ​ຖະ​ກິດ​ເຕັກ​ນິກ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ແລະ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ທ່ວງ​ທ່າ​​ດ້ານເສດ​ຖະ​ກິດ​ຈີນ​​ຂອງສຳ​ນັກ​ງານ​ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຈີນ​ເຜີຍ​ແຜ່ “ບົດ​ລາຍ​ງານ​ທ່ວ​ງ​ທ່າ​ເສດ​ຖະ​ກິດ​ຈີນ​ປີ 2020” ໂດຍ​ລະ​ບຸ​ວ່າ, ປີ 2020 ແມ່ນ​ປີ​ທີ່​ຈີນ​​ຈະສ້າງ​ສັງ​ຄົມ​​ທີ່ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ແລະ ​ເປັນປີ​ສຸດ​ທ້າຍ​ໃນ​ “ແຜນ​ການ 5 ປີ​ຄັ້ງ​ທີ 13”, ເສດ​ຖະ​ກິດ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ​ແລະ​ມີ​ທ່ວງ​ທ່​າ​ໄປ​ໃນ​​ທິດ​ທາງ​ທີ່​ດີ​ຄື​ເກົ່າ. ການ​ປະ​ກອບ​ອາ​ຊີບ ແລະ ລາ​ຄາ​ສິນ​ຄ້າ​ໄດ້​ຮັກ​ສາ​ທ່ວງ​ທ່າ​​ທີ່ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ, ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ ແລະ ຄຸນ​ນະ​ພາບ​ດ້ານ​ການ​ເຕີບ​ໂຕ​ສູງ​ຂຶ້ນກວ່າ​ເກົ່າ. ບົດ​ລາຍ​ງານ​ຍັງ​ລະ​ບຸ​ວ່າ, ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມ​ເສດ​ຖະ​ກິດ​ສູນ​ກາງ, ເຮັດ​ໃຫ້​ເສດ​ຖະ​ກິດ​ປີ 2020 ພັດ​ທະ​ນາ​​ໄດ້ເປັນ​ຢ່າງ​ດີ, ຄວນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ, ປັບ​ປຸງ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ປ່ຽນ​ແປງ​ບົດ​ບາດ​ທີ່​ເປັນອົງ​ປະ​ກອບ​ຂອງ​ນະ​ໂຍ​ບາຍ​ມະ​ຫາ​ພາກແບບລະ​ມັດ​ລະ​ວັງ, ພິ​ຈາ​ລະ​ນາ​ການ​ພົວ​ພັນ​ລະ​ຫວ່າງ “ການ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ” ກັບ​ການ​ແກ້​ໄຂ​ຄວາມ​ສ່ຽງ, ເລັ່ງ​ລັດ​ການ​ສ້າງ​ ແລະ ປັບ​ປຸງກົນ​ໄກ​ໄລ​ຍະ​ຍາວ​ໃນ​ການ​ຊຸກ​ຍູ້​ການ​ບໍ​ລິ​ໂພກ​ໃຫ້​ສົມ​ບູນ​ຂຶ້ນ.