ປີ 2019 ປະລິມານຂາເຂົ້າ-ຂາອອກຂອງການຄ້າອິເລັກໂຕລນິກຂ້າມແດນທີ່ ຜ່ານດ່ານພາສີນະຄອນຄຸນໝິງທະລຸ 894.400 ລາຍການ

2020-01-17 16:53:19 |ມາຈາກ: Yunnan Gateway

ວັນທີ 15 ​ມັງກອນ, ນັກຂ່າວໄດ້ຮັບຮູ້ຈາກຂໍ້ມູນດ່ານພາສີນະຄອນຄຸນໝິງວ່າ, ໃນປີ 2019 ປະລິມານຂາເຂົ້າ-ຂາອອກຂອງການຄ້າອິເລັກໂຕລນິກຂ້າມແດນ (Cross-Border Electronic Commerce) ຂອງເຂດປອດພາສີສັງລວມນະຄອນຄຸນໝິງທະລຸ 894.400 ລາຍການ, ມູນຄ່າທັງໝົດມີ 12.570.000 ໂດລາ, ມີສິນຄ້າ 200 ກວ່າປະເພດເຊັ່ນ: ເຄື່ອງສຳອາງ, ເຄື່ອງນຸ່ງ, ເຄື່ອງໃຊ້ປະຈຳວັນ ແລະ ອື່ນໆ.

ອິງຕາມຂໍ້ມູນຂ່າວສານ, ເດືອນ ຕຸລາ ປີ 2019, ພາຍໃຕ້ການສະໜັບສະໜຸນຂອງດ່ານພາສີນະຄອນຄຸນໝິງ, ການຄ້າອິເລັກໂຕລນິກຂອງເຂດປອດພາສີສັງລວມນະຄອນຄຸນໝິງໄດ້ດຳເນີນງານຢ່າງເປັນທາງການ, ໃນປັດຈຸບັນ, ການຄ້າອິເລັກໂຕລນິກຂ້າມແດນໄດ້ຂະຫຍາຍຕົວຢ່າງໄວວາ ແລະ ແຂງແຮງ, ປະລິມານສະເລ່ຍຂອງການນຳເຂົ້າ-ສົ່ງອອກ ໃນແຕ່ລະມື້ກາຍ 20.000 ລາຍການ, ການຄ້າອິເລັກໂຕລນິກຂ້າມແດນຂອງເຂດປອດພາສີສັງລວມນະຄອນຄຸນໝິງໄດ້ບັນລຸການພັດທະນາແບບກ້າວກະໂດດ.