ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ກຸ່ມ​ເສດ​ຖະ​ກິດ​ທີ່​ມີ GDP ຫຼາຍກວ່າ 1000 ຕື້​ໂດ​ລາ

2020-01-17 17:14:07 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ ນິ້ງ​ຈີ​ເຈີ ຫົວ​ໜ້າ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ຈີນ​ໃນ​ປີ 2019 ​ບັນ​ລຸ 99.086 ຕື້ຢວນ, ທຽບ​ໃສ່​ປີ 2018 ເພີ່ມ​ຂຶ້ນ 6,1%, ເຊິ່ງ​ເປັນ​ໄປ​ຕາມກັບ​ເປົ້າ​ໝາຍ​​ທີ່​ວາງ​ໄວ້ໃນ​ຕົ້ນ​ປີ 2019 ທີ່​ໃຫ້​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ​ຢູ່ລະ​ຫວ່າງ 6% ຫາ 6,5%, ແລະ​ສູງກວ່າ​ຄວາມ​ໄວ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຢ່າງ​ຈະ​ແຈ້ງ, ​ຢືນຢູ່​ແຖວ​ໜ້າ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​​ຂອງ​ໂລກ, ໃນ​ກຸ່ມ​ເສດ​ຖະ​ກິດ​ທີ່​ມີ GDP ​ຫຼາຍກວ່າ 1000 ຕື້​ໂດ​ລາ​ນັ້ນຈີນ​ໄດ້​ເປັນ​ອັນ​ດັບ 1.

ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2019 ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ເຕີບ​ໂຕ​ປະ​ມານ 2,3%, ຄວາມ​ໄວ​​ການເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຍີ່​ປຸ່ນ​ແລະ​ເຂດ​ໃຊ້​ເງິນ​ເອີ​ໂຣ​ສູງກວ່າ 1%, ສ່ວນ​ອິນ​ເດຍ​ໄດ້​ເຕີບ​ໂຕປະ​ມານ 5%.