ສຳເລັດການວາງຄານຕໍ່ເນື່ອງຂອງ “ຂົວໃຫຍ່ວັງຊື້ລົງ” ເສັ້ນທາງລົດໄຟ ລາວ-ຈີນ

2020-01-20 17:24:45 |ມາຈາກ: Yunnan Gateway

ວັນທີ 9 ມັງກອນ, ການວາງຄານຂົວຕໍ່ເນື່ອງ (Continuous Beam) ຂອງ “ຂົວໃຫຍ່ວັງຊື້ລົງ” ເສັ້ນທາງລົດໄຟລາວ-ຈີນ ໄດ້ສຳເລັດລົງ, ເຊິ່ງເປັນຂີດໝາຍວ່າການກໍ່ສ້າງຂົວໃຫຍ່ໄດ້ຮັບການບຸກທະລຸອັນສຳຄັນ. “ຂົວໃຫຍ່ວັງຊື້ລົງ” ຕັ້ງຢູ່ເຂດເມືອງ ເມືອງລ້າ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ, ຂົວໃຫຍ່ມີຄວາມຍາວທັງໝົດ 1172,62 ແມັດ, ຕິດຕັ້ງເສົາຂົວທັງໝົດ 33 ເສົາ, ໂຄງສ້າງຂອງຂົວຂ້າມແມ່ນນຳໃຊ້ ຄານຂົວໂຕ T ແລະ ຄານຂົວຕໍ່ເນື່ອງໃນການດຳເນີນການກໍ່ສ້າງ, ຄານຂົວຕໍ່ເນື່ອງມີຄວາມຍາວທັງໝົດ 209,4 ແມັດ.