ເດັກນ້ອຍມຽນມາສຳເລັດການຜ່າຕັດພະຍາດຫົວໃຈພິການແຕ່ກຳເນີດໃນເມືອງຄຸນໝິງ

2020-01-20 17:28:37 |ມາຈາກ: Yunnan Gateway

ພອນດູລິນ ເດັກນ້ອຍຜູ້ຊາຍມຽນມາທີ່ມີອາຍຸ 6 ປີ ໄດ້ສຳເລັດການຜ່າຕັດພະຍາດຫົວໃຈພິການແຕ່ກຳເນີດ (congenital heart disease) ພ້ອມດ້ວຍ ເດັກນ້ອຍມຽນມາ 14 ຄົນ ທີ່ເປັນພະຍາດຫົວໃຈພິການແຕ່ກຳເນີດຄືກັນ, ພວກເຂົາແມ່ນຜູ້ໂຊກດີທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ “ຊ່ວຍເຫຼືອເດັກນ້ອຍທີ່ເປັນພະຍາດຫົວໃຈພິການແຕ່ກຳເນີດ - ໜຶ່ງແລວ ໜຶ່ງເສັ້ນທາງ ມິດຕະພາບພີ່ນ້ອງ ”.

ໃນສອງປີທີ່ຜ່ານມາ, ເດັກນ້ອຍມຽນມາທີ່ເປັນພະຍາດຫົວໃຈພິການແຕ່ກຳເນີດໄດ້ຮັບການຜ່າຕັດຮັກສາໂດຍບໍ່ເສຍຄ່າໃຊ້ຈ່າຍຢູ່ແຂວງຢຸນນານນັບມື້ນັບຫຼາຍຂຶ້ນ. ຮອດ ເດືອນທັນວາ ປີ 2019, ເດັກນ້ອຍມຽນມາທີ່ເປັນພະຍາດຫົວໃຈພິການແຕ່ກຳເນີດໄດ້ຮັບການຊ່ວຍເຫຼືອເພີ່ມຂຶ້ນເປັນ 23 ຄົນ.ພວກເພິ່ນໄດ້ຮັບການປິ່ນປົວຢູ່ ໂຮງໝໍຝູຫວາຍສະພາວິທະຍາສາດການແພດຈີນ ແລະ ໂຮງໝໍພະຍາດຫລອດເລືອດຫົວໃຈຝູຫວາຍແຂວງຢຸນນານ. ໃນລະດູໃບໄມ້ປົ່ງປີ 2020, ຜູ້ປ່ວຍເດັກນ້ອຍມຽນມາຍັງຈະໄປຄຸນໝິງເພື່ອສືບຕໍ່ຮັບການຜ່າຕັດຮັກສາພະຍາດຫົວໃຈພິການແຕ່ກຳເນີດໃຫ້ສຳເລັດ.