ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ບ້ານ​ເຜົ່າ​ວາ​ຢູ່​ແຂວງ​ຢູນ​ນານ

2020-01-20 17:38:58 |ມາຈາກ: CRI

ປີ 2020 ເປັນ​ປີ​ທີ່​ຈີນ​ຈະ​​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ການສ້າງ​ສັງ​ຄົມ​ທີ່​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​ດ້ານ ​ແລະ ​ເດັດດ່ຽວຍາດ​ເອົາ​ໄຊ​ຊະ​ນະ​ໃນ​ບັ້ນແກ້​ໄຂ​ຂໍ້​ຫຍຸ້ງຍາກທີ່​ສຸດ​ເພື່ອບັນລຸ​ເປົ້າໝາຍ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ຕອນ​ບ່າຍ​ວັນ​ທີ 19 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ບ້ານ​ໜຶ່ງທີ່​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢູ່​ເມືອງ​ເຖິງ​ຊົງ ແຂວງ​ຢູນ​ນານ ຖື​ວ່າ​ເປັນ​ການ​ເປີດ​ສາກ​ເດີນ​ທາງ​ການ​ສຳຫຼວດກວດ​​ເບິ່ງແລະ​ຢ້ຽມ​ຢາມ​ພາຍ​ໃນ​ປະ​ເທດ​​ເປັນ​ຄັ້ງ​ທຳ​ອິດຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ປີ 2020. ບ້ານ​ເຜົ່າ​ວາ​ຊື​ໂມ​ລາ​ເປັນ​ບ້ານ​ເກົ່າ​ແກ່​ດັ້ງ​ເດີມ​ທີ່​ມີ​ປະ​ຫວັດ​ສາດ 500 ກວ່າ​ປີ. ຄຳ​ວ່າ ຊື​ໂມ​ລາ ໃນ​ພາ​ສາ​ເຜົ່າ​ວາ ມີ​ຄວາມ​ໝາຍ​ວ່າ ແດນ​ແຫ່ງ​ຄວາມ​ສຸກ. ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ຊາວ​ບ້ານ​ແຫ່ງ​ນີ້​ມີ​ຄວາມ​ຮູ້​ສຶກວ່າ​ມີ​ຄວາມ​ສຸກຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໝົດ​ທຸກ​ຄົນ​ເທົ່າ​ນັ້ນ, ຍັງ​ໄດ້​ຕັ້ງ​ໜ້າ​ສ້າງ​ສາ​ບ້ານ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເຜົ່າ​ວາ​ອີກ​ດ້ວຍ, ເພື່ອ​ສ້າງ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ​ໃຫ້ຫຼາຍກວ່າ​ເກົ່​າ​ໃນ​ຕໍ່​ໜ້າ.

ຕອນ​ບ່າຍ​ວັນ​ທີ 19 ມັງ​ກອ​ນນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ພໍ່​ແມ່​ປະ​ຊາ​ຊົນ​ບ້ານ​ເຜົ່າ​ວາ​ຊື​ໂມ​ລາ​ເມືອງ​ເຖິງ​ຊົງ ໂດຍ​ໄດ້​ຍ່າງ​ເຂົ້າ​ເຮືອນ​ຊາວ​ບ້ານ​ເພື່ອ​ຊອກ​ຮູ້​ສະ​ພາບ​ການ​ບຸກ​ບືນ​ສູ້​ຊົນ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ທັງ​ອວຍ​ພອນ​ປີ​ໃໝ່​ບຸນ​ກຸດ​ຈີນ​ໃຫ້​ຊາວ​ບ້ານ​ທັງຫຼາຍ.

ຢູ່​​ເດີ່ນໃນ​ບ້ານ, ກິດ​ຈະ​ກຳ​ສະຫຼອງ​ບຸນ​ກຸດ​ຈີນ​ຕາມ​ປະ​ເພ​ນີ​ເຜົ່າ​ວາ​ທີ່​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ຄຶກ​ຄື້ນ​ມ່ວນ​ຊື່ນ​ໄດ້​ດຶງ​ດູດ​​ຄວາມ​ສົນ​ໃຈ​​ຈາກ​ທ່ານ​ສີ​ຈິ້ນ​ຜິງ, ເພິ່ນ​ໄດ້​ຈັບ​ໄມ້​​ຄ້ອນ​ຕີ​ກະ​ລໍ3 ​ບາດ​ຕາມ​ປະ​ເພ​ນີ​ທ້ອງ​ຖິ່ນ​ເພື່ອ​​ສົ່ງ​ຄຳອວຍ​ພອນ​ແລະ​ປາ​ຖະ​ໜາ​ໃຫ້​ດິນ​ຟ້າອ​າ​ກາດ​ເອື້ອອຳ​ນວຍ, ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​ແລະ​ປະ​ຊາ​ຊົນ​ຢູ​ເຢັນ​ເປັນ​ສຸກ.