ໃນປີ 2019 ລາຍໄດ້ຫລັງຫັກພາສີສະເລ່ຍຕໍ່ຫົວຄົນຂອງແຂວງຢຸນນານທຽບ​ໃສ່​ປີ 2018 ເພີ່ມ​ຂຶ້ນ 9,9%

2020-01-21 16:03:28 |ມາຈາກ: Yunnan Gateway

ໃນມື້ມໍ່ໆມານີ້, ຄະນະກວດກາແຂວງຢຸນນານຂອງກົມໃຫຍ່ສະຖິຕິແຫ່ງຊາດ ໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ, ໃນປີ 2019, ລາຍໄດ້ຫລັງຫັກພາສີ (DI) ສະເລ່ຍຕໍ່ຫົວຄົນຂອງຄົນແຂວງຢຸນນານແມ່ນ 22082 ຢວນ, ທຽບ​ໃສ່​ປີ 2018 ເພີ່ມ​ຂຶ້ນ 9,9%. ຄ່າໃຊ້ຈ່າຍບໍລິໂພກໃນການດຳລົງຊີວິດຂອງຄົນແຂວງຢຸນນານ 15780 ຢວນ, ເພີ່ມ​ຂຶ້ນ 10,7% ເມື່ອທຽບ​ໃສ່​ປີ 2018, ສະນັ້ນ,ໃນປີ 2019 ,ລາຍໄດ້ຫລັງຫັກພາສີສະເລ່ຍຕໍ່ຫົວຄົນຂອງຊາວຊົນນະບົດແຂວງຢຸນນານແມ່ນ 11902 ຢວນ, ຄ່າໃຊ້ຈ່າຍບໍລິໂພກສະເລ່ຍຕໍ່ຫົວຄົນ 10260 ຢວນ, ເພີ່ມ​ຂຶ້ນ 10,5% ແລະ 12,5% ເມື່ອ ທຽບ​ໃສ່​ປີ 2018. ລາຍໄດ້ ຫລັງຫັກພາສີສະເລ່ຍຕໍ່ຫົວຄົນຂອງຊາວເມືອງແຂວງຢຸນນານແມ່ນ 36238 ຢວນ, ຄ່າໃຊ້ຈ່າຍບໍລິໂພກສະເລ່ຍຕໍ່ຫົວຄົນ 23455 ຢວນ, ເພີ່ມ​ຂຶ້ນ 8,2% ແລະ 8,5% ເມື່ອທຽບ​ໃສ່​ປີ 2018.