ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ດາ​ວ​ົສ​ຈະ​ໄຂ​ຂຶ້ນ, ຈີນ​ຈະ​ສືບ​ຕໍ່​ນຳ​ພາເສດ​ຖະ​ກິດ​ໂລ​ກາ​ພິ​ວັດ

2020-01-21 17:32:54 |ມາຈາກ: CRI

ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ 2020 ຈະ​ໄຂ​ຂຶ້ນ​ຢູ່​ດາວົ​ສ​ຂອງ​ປະ​ເທດ​ສະ​ວິ​ສ. 3 ປີ​ກ່ອນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​​​ໄດ້ກ່າວຄຳ​ປາ​ໄສ​ຢູ່​ດາວົ​ສ ​ໂດຍ​ໄດ້​ໃຫ້​ທັດ​ສະ​ນະ​ວ່າ: “ການ​ທີ່​ຖື​ເອົາ​ບັນ​ຫາ​ທີ່​ລົບ​ກວນ​ໂລກ​ວ່າ​ເປັນ​ຍ້ອນ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດເປັນ​ຄວາມ​ຄິດ​ເຫັນ​ທີ່​ງ່າຍ​ດາຍ ​ເຊິ່ງບໍ່​ສອດ​ຄ່ອງ​ກັບ​​ຄວາມ​ເປັນ​ຈິງ ​ທັງ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາ.” ທ່ານ​ສີ​ຈິ້ງ​ຜິງ​ຊີ້​ໃຫ້​ເຫັນ​ວ່າ, ໂດຍ​ຜະ​ເຊີນ​ໜ້າ​ກັບ​ກາ​ລະ​ໂອ​ກາດ​ແລະ​​ສິ່ງ​ທ້າ​ທາຍ​​ໃນ​ຍຸກ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ນັ້ນ ຄວນ​ນຳ​ໃຊ້​ທຸກໂອ​ກາດ​​ໃຫ້​ດີ, ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທຸກ​ຢ່າງ, ​ນຳ​ພາ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໃຫ້​ດີ.

ໃນ​ 3 ປີ​ຜ່ານ​ມາ, ຈີນ​ໄດ້​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ເລື້ອຍໆ, ແບ່ງ​ປັນ​ໂອ​ກາດ​ແລະ​ຜົນ​ປະ​ໂຫຍດ, ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຈີນ​ຊຸກ​ຍູ້​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ດ້ວຍ​ຄຸນ​ນະ​ພາບ​ສູງ, ແລະ​ຈັດ​ງານ​ວາງ​ສະ​ແດງສິນ​ຄ້າ​​ນຳ​ເຂົ້າ​ສາ​ກົນ​​ຈີນ​ແລະ​ອື່ນໆ, ແລະ​ໄດ້ພະ​ຍາ​ຍາມ​ສ້າງ​​ຮູບແບບ​​ການ​ຮ່ວ​ມ​ມື​ທົ່ວ​ໂລກ​ໃຫ້​ມີ​ຊີ​ວິດ​ຊີ​ວາ. ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ປັບ​ປຸງ​ບໍ​ລິ​ຫານໂລກ​ຢ່າງ​ເປັນ​ເຈົ້າ​ການ, ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ລະ​ບຽບ​ການ​ຂອງ​ເສດ​ຖະ​ກິດ​ໂລກ​ກ້າວ​ເດີນ​ໄປ​ສູ່​ທິດ​ທາງ​ທີ່​ຍຸດ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ປັດ​ຈຸ​ບັນ, ທະ​ນາ​ຄານ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ທີ່​ຈີນ​​ເປັນ​ຜູ້ລິ​ເລີ່ມ​ສ້າງ​ຕັ້ງ​ຂຶ້ນ​ນັ້ນ ໄດ້​​ມີ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ເຖິງ 102 ລາຍ​ແລ້ວ, ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ກວມ​ຫຸ້ນ​ສ່ວນ​ສ່ວນຫຼາຍ ແລະ​ມີ​ສິດ​ສະ​ແດງ​ຄວາມ​ເຫັນ​ຂອງ​ຕົນ​ອ່າວຫຼາຍ.

ໃນ 3 ປີ​ຜ່ານ​ມາ, ຈີນ​​ໄດ້ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ສະ​ແດງ​ໃຫ້​ເຫັນວ່າ ຄວນ​​ນຳ​ພາ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແນວ​ໃດ. ​ຈຶ່ງສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ, ຈີນ​ທີ່​​ເປັນ​ປະ​ເທດກຳ​ລັງ​ເປີດ​ປະ​ຕູ​ຢ່າງບໍ່​ຢຸດຢັ້ງ​ນັ້ນ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ແລະ​ພິ​ເສດຂອງ​ຕົນ​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ແລະ​ນຳ​ພາ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​ໃນ​ທາງ​ທີ່​ດີ.