GDP ຂອງ​ແຂວງຢຸນນານບັນ​ລຸ 2322,375 ຕື້ຢວນໃນປີ 2019

2020-01-22 15:50:57 |ມາຈາກ: Yunnan Gateway

ວັນທີ 21 ມັງກອນ, ນັກຂ່າວໄດ້ຮັບຮູ້ຈາກກົມສະຖິຕິແຫ່ງຊາດວ່າ, ໃນປີ 2019, GDP ຂອງ​ແຂວງຢຸນນານບັນ​ລຸ 2322,375 ຕື້ຢວນ, ເຕີບ​ໂຕຂຶ້ນ 8,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ​ໃນນັ້ນ, ຂະແຫນງການຜະລິດທີຫນຶ່ງຂອງແຂວງຢຸນນານບັນລຸມູນຄ່າເພີ່ມ 303,762 ຕື້ຢວນ, ເຕີບ​ໂຕ 5,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ຂະແຫນງການຜະລິດທີສອງຂອງແຂວງຢຸນນານບັນລຸມູນຄ່າເພີ່ມ 796,158 ຕື້ຢວນ, ເຕີບ​ໂຕ 8,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ຂະແຫນງການຜະລິດທີສາມຂອງແຂວງຢຸນນານບັນລຸມູນຄ່າເພີ່ມ 1222,455 ຕື້ຢວນ, ເຕີບ​ໂຕ 8,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ສະຖິຕິໄດ້ເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນວ່າ, ໃນປີ2019, ຍອດປະລິມານການຜະລິດສະບຽງອາຫານຂອງແຂວງຢຸນນານບັນລຸໄດ້ 18,7003 ລ້ານໂຕນ, ເສດຖະກິດກະສິກຳໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ການກະສິກຳແບບລັກສະນະພູພຽງມີຄວາມກ້າວໜ້າຢ່າງຕໍ່ເນື່ອງ; ການຜະລິດດ້ວຍເຕັກໂນໂລຢີຂັ້ນສູງບັນລຸມູນຄ່າເພີ່ມ 31,1%; ເພີ່ມຂຶ້ນຢ່າງວ່ອງໄວ.