ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ເຫັນ​ວ່າ ຈີນ​ກຳ​ລັງ​ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ທີ່ຖືກ​ຕ້ອງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

2020-01-22 17:41:15 |ມາຈາກ: CRI

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖ​ະ​ກິດ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ດາ​ວອ​ສ ປະ​ເທດ​ສວິ​ສ ແຕ່​ວັນ​ທີ 21 ຫາ​ວັນ​ທີ 24 ມັງ​ກອນ​ນີ້. ທ່ານ​ບອດ ເບ​ຣນ​ ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​​ໄດ້ໃຫ້​ທັດ​ສະ​ນະ​ໃນ​ວັນ​ທີ 20 ມັງ​ກອນ​ນີ້​ວ່າ: ຈີນ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ການ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ​ເບ​ຣ​ນ​ເຫັນ​ວ່າ : ເວົ້າ​ສຳ​ລັບ​ປະ​ເທດ​ຈີນ​ທີ່​ຢາກ​ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ໃນ​ສະ​ພາບ​ທີ່​ພະ​ຍາ​ຍາມຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ​ເທົ່າ​ທີ່​ຈະ​ໜ້ອຍ​ໄດ້​ນັ້ນ ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ກໍ​ຕາມ, ແຕ່​ວ່າ ຈີນ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ປາ​ຣີ​ໂດຍ​ໄດ້​ແຍກ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ອອກ​ຈາກ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ເພື່ອ​​ ​​ເຮັດໃຫ້ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຖືກ​​ຮັກ​ສາ​ໃຫ້ຢູ່​ໃນ​ລະ​ດັບ​ໝັ້ນ​ທ່ຽງ​ແລະ​ຄ່ອຍໆຫຼຸດ​ລົງ​ເທື່ອ​ລະ​ກ້າວ. ທ່ານ​ເບ​ຣນ​ ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ບັ້ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ແນວ​ຄວາມ​ຄິດ​ຂອງ​ຜູ້​ນຳ​ຈີນ​ທີ່​ບໍ່​ເຫັນ​ດີ​ໃນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​​ແຕ່​ພັດ​ເປັນ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ, ທ່ານ​ເຊື່ອ​ໝັ້ນ​ວ່າ ເສດ​ຖະ​ກິດ​ຈີນ​ຍັງ​ຄົງ​ຈະ​ເຕີບ​ໂຕຢ່າງ​ຕໍ່​ເນື່ອງ ທັງ​ສາ​ມາດ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ແບບກວມ​ລວມ.