ອົງ​ການ​ອະ​ນາ​ໄມ​ໂລກ: ຈີນ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ປອດ​ອັກ​ເສບ​​ຈາກເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່NCOV ຢ່າງ​ທັນ​ການ

2020-01-23 15:02:17 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 22 ມັງ​ກອນນີ້ຢູ່​ທີ່​ເຊີ​ແນວ, ທ່ານ​ເ​ທ​ໂດ​ຣ​ສ ອາ​ຮາ​ໂນມ ເກ​​ເບ​​ຣ​ອີ​ເຊີດ ຜູ້​​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ, ​ຈີນ​ໄດ້​ສະ​ໜອງ​ຂໍ້​ມູນ​​ກ່ຽວ​ກັບສະ​ພາບ​ພະ​ຍາດ​ປອດ​ອັກ​ເສບ​​ຈາກເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່NCOV ຢ່າງ​ທັນ​ການ ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ທີ່​​ເໝາະ​ສົມ​ທັນ​ທີ, ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​​ໂປ່ງ​ໃສ​ໃນ​ລະ​ດັບ​ສູງ​ສົມ​ຄວນ.

ວັນ​ທີ 22 ມັງ​ກອນນີ້, ອົງ​ການ​ອະ​ນາ​ໄມ​ໂລກໄດ້​ໄຂ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ສຸກ​ເສີນ, ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ປອດ​ອັກ​ເສບ​​ຈາກເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່NCOV ​ວ່າຈະ​​​ກຳ​ນົດ​ໃຫ້ເປັນ​ເຫດ​ການສຸກ​ເສີນ​​ດ້ານສາ​ທາ​ລະ​ນະ​ສຸກ​ລະ​ດັບ​​ທົ່ວ​ໂລກ​ຫຼືບໍ່? ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​, ທ່ານ​ເ​ທ​ໂດ​ຣ​ສກ່າວ​ວ່າ, ເມື່ອ​ສັງ​ເກດ​ຈາກ​ສະ​ພາບ​ໃນ​ປັດ​ຈຸ​ບັນ​ນີ້​​ແລ້ວເຫັນ​ວ່າ, ຍັງ​ຕ້ອງ​ການ​ຂໍ້​ມູນຫຼາຍກວ່າ​ເກົ່າ ຈຶ່ງ​ຈະ​ສາ​ມາດ​ຕັດ​ສິນ​ໃຈໄດ້​ວ່າ ຄວນ​​ຈະ​ອອກຖະ​ແຫຼງ​ກ່ຽວ​ກັບສະ​ພາບ​ພະ​ຍາດ​ປອດ​ອັກ​ເສບ​​ຈາກເຊື້ອ​ຈຸ​ລ​ະ​ໂລກ​ສາຍ​ພັນ​ໃໝ່​ນີ້ວ່າ​ເປັນ​ເຫດ​ການ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ລະ​ດັບ​ທົ່ວ​ໂລກ​ຫຼືບໍ່. ທ່ານ​ກ່າວ​ວ່າ, ​ປັດ​ຈຸ​ບັນ, ​ຄະ​ນະ​ຜູ້ຊ່ຽວ​ຊານ​ຂອງອົງ​ການອະ​ນາ​ໄມ​ໂລກ​​ກຳ​ລັງຢູ່​ຈີນ ​ເພື່ອ​ຮ່ວມ​ກັບ​ຜູ້​ຊ່ຽວ​ຊານ​ແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຂອງ​ຈີນ​ດຳ​ເນີນ​ການ​​ປະ​ເມີນ​ຜົນ.

ທ່ານ​ເ​ທ​ໂດ​ຣ​ສ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ຕໍ່ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ທີ່​ໄດ້​ໃຫ້​ການ​ຮ່ວມ​ມື​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ແລະ​ເຫັນ​ວ່າ ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່ການ​ນຳ​ຂອງ​ຈີນ​ນຳ​ໃຊ້​ນັ້ນ​ແມ່ນ​ສຳ​ຄັນ​ທີ່​ສຸດ, ຈີນ​​ໄດ້​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ຢ່າງ​ທັນ​ການ​ທີ່​ສຸດ, ທັງ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ທີ່​​ເໝາະ​ສົມ​ທັນ​ທີ, ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ໂປ່ງ​ໃສ​ໃນ​ລະ​ດັບ​ສູງ​ສົມ​ຄວນ.

ວັນ​ທີ 23 ມັງ​ກອນນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ຈະ​ສືບ​ຕໍ່​ປະ​ຊຸມ​ເພື່ອ​​ປຶກ​ສາຫາ​ລື​ກ່ຽວ​ກັບ​ສະ​ພາບ​​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ດັ່ງ​ກ່າວ.