ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດອວຍ​ພອນ​ປີ​ໃໝ່​ບຸນ​ກຸດ​ຈີນ

2020-01-23 15:05:00 |ມາຈາກ: CRI

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ບຸນ​ກຸດ​ຈີນ​ໃກ້​ຈະ​ໝູນວ​ຽນ​ມາ​ເຖິງ, ​ວັນ​ທີ 22 ມັງ​ກອນ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້ ສົ່ງ​ຄຳ​ອວຍ​ພອນ​ບຸນ​ກຸດ​ຈີນ​ປີຊວດຜ່ານທາງ​ວີ​ດີ​ໂອ​.

ທ່ານ​ກູ​ເຕີ​ເຣ​ສ​ກ່າວ​ວ່າ, ປີ 2020 ແມ່ນ​ປີ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 75 ປີ, ກໍ​ແມ່ນ​ປີ​ທຳ​ອິດ​ທີ່​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ​ 10 ປີ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແມ່ນ​ວິ​ໄສ​ທັດ​ຮ່ວມ​ຂອງ​ພວກ​ເຮົາທີ່​ມີ​ຕໍ່​ປະ​ຊາ​ຊົນ ກໍ​ຄື​ໂລກ. ໃນ​ສະ​ພາບ​ການ​ທີ່​ມີ​ຄວາມ​ວຸ້ນ​ວາຍ ແລະ ​ການແບ່ງ​ແຍກ​ນີ້, ພວກ​ເຮົາ​ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ຊອກ​ຫາ​ແຜນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຂອງ​ໂລກ, ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ແກ່​ມວນ​ມະ​ນຸດ.

ທ່ານ​ກ່າວ​ຕື່ມ​ວ່າ, ຂໍ​ຂ​ອບ​ໃຈ​ປະ​ເທດ​ຈີນ ແລະ ປະ​ຊາ​ຊົນ​ຈີນ​ທີ່ໄດ້​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ອົງ​ການ​ສະ​​ຫະປະ​ຊາ​ຊາດ ແລະ ລັດ​ທິ​ຫຼາຍ​ຝ່າຍ. “ຂໍ​ອວຍ​ພອນ​ໃຫ້​ທຸກ​ທ່ານ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ຄອບ​ຄົວ​ມີ​ຄວາມ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ການ​ງານ​ຕະຫຼອດ​ປີ​ໃໝ່.”