ນັບ​ແຕ່​ 0 ໂມງ​ຫາ 12 ໂມງ​ຂອງວັນ​ທີ 4 ກຸມພາ​ ແຂວງຢຸນນານມີຜູ້​ຕິດພະ​ຍາດ​ອັກ​ເສບ​ປອດຈາກເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​​ 119 ກໍລະນີ

2020-02-04 17:30:04 |ມາຈາກ: Yunnan Gateway

ນັບ​ແຕ່ເວລາ​ 0 ໂມງ​ຫາ 12 ໂມງ​ຂອງວັນ​ທີ 4 ກຸມພາ​ນີ້, ແຂວງຢຸນນານ​ໄດ້​ລາຍ​ງານ​ຜູ້​ຕິດ​ພະ​ຍາດ​​ອັກ​ເສບ​ປອດ​ຈາກ​ເຊື້ອຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ເພີ່ມ​ຂຶ້ນ 2 ກໍລະນີ (ເມືອງຊູຈິ້ງ 1 ກໍລະນີ, ກິ່ງແຂວງຊູສົງ 1 ກໍລະນີ).

ແຂວງຢຸນນານ​ໄດ້​ຮັບ​ການ​ລາຍ​ງານ​ວ່າມີຜູ້​ເປັນ​ພະ​ຍາດ​​ທັງ​ໝົ​ດ​ 119 ກໍລະນີ, ນອກຈາກຜູ້​ທີ່ໄດ້​ຮັບການ​ປິ່ນ​ປົວ​ຈົນ​​ຫາຍ​​​ຂາດ ແລະ ​ອອກ​ໂຮງ​ໝໍແລ້ວ, ຜູ້​ເປັນ​ພະ​ຍາດ​​ທັງໝົດໄດ້ຮັບການປິ່ນປົວແບບແຍກດ່ຽວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນມີຜູ້​​ອາ​ການຄ່ອນຂ້າງ​ໜັກ 3 ກໍລະນີ, ​ອາ​ການ​ໜັກ 13 ກໍລະນີ, ປິ່ນ​ປົວ​​​ຫາຍ​​​ຂາດ ແລະ ​ອອກ​ໂຮງ​ໝໍ 5 ກໍລະນີ, ຜູ້​ທີ່​ຖືກ​ສົງ​ໄສ​ຕິດ​ເຊື້ອ​ພະ​ຍາດ​ 160 ຄົນ, ​ຜູ້​ທີ່​ເຄີຍ​ສຳຜັດ​ກັບ​ຜູ້​ເປັນ​ພະ​ຍາດ​ຢ່າງ​ໃກ້​ຊິດ​ນັ້ນຍັງ​ມີ 3788 ກໍລະນີພວມ​ຖືກ​ຕິດ​ຕາມ​ສັງ​ເກດ​ຈາກທາງ​ການ​ແພດ​ຢູ່ ແລະ ບໍ່ມີລາຍງານຄົນ​ເສຍ​ຊີ​ວິດ.

ໃນການ​ລາຍ​ງານ​ຂອງແຂວງຢຸນນານ​ທີ່ຢືນຢັນກໍລະນີຜູ້ຕິດເຊື້ອພະ​ຍາດ​​, ນະຄອນຄຸນໝິງ 34 ກໍລະນີ, ກິ່ງແຂວງສິບສອງພັນນາ 13 ກໍລະນີ, ເມືອງຢີຊີ 12 ກໍລະນີ, ເມືອງຈ່ຽວທ່ອງ 9 ກໍລະນີ, ເມືອງຊູຈິ້ງ 9 ກໍລະນີ, ເມືອງເປົາຊານ 8 ກໍລະນີ, ກິ່ງແຂວງຕາຫຼີ້ 7 ກໍລະນີ, ເມືອງລີ້ຈ່ຽງ 7 ກໍລະນີ, ກິ່ງແຂວງຫົງເຮີ 5 ກໍລະນີ, ກິ່ງແຂວງເຕີຫົງ 5 ກໍລະນີ, ເມືອງພູເອີ 4 ກໍລະນີ, ກິ່ງແຂວງຊູສົງ 4 ກໍລະນີ, ກິ່ງແຂວງວົນຊານ 1 ກໍລະນີ ແລະ ເມືອງລີນຊ່າງ 1 ກໍລະນີ.